ໄຂກອງປະຊຸມເຈລະຈາຄັ້ງທີ4ສັນຍາການຄ້າກຳປູເຈຍ-ລາວ-ຫວຽດນາມ

ໄຂກອງປະຊຸມເຈລະຈາຄັ້ງທີ4ສັນຍາການຄ້າກຳປູເຈຍ-ລາວ-ຫວຽດນາມ - ảnh 1
​ບັນ​ດາຫົວ​ຫນ້າ​​ຄະ​ນະ​ເຈ​ລະ​ຈາ​ (ເມື່ອ​ປີ 2015)
ພາບ:TTXVN

(vovworld)- ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 4 ສັນ​ຍາ​ສົ່ງ​ເສີມ ແລະ ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ​ໃນ​ເຂ​ດ​ສາມ​ຫລ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ -ຫວຽດ​ນາມ ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/4 ຢູ່ ນະ​ຄອນ ບວນ​ມາ​ທວດ ແຂວງ ດັກ​ລັກ (ຫວຽດ​ນາມ). ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ບັນ​ດາ​ຝ່າຍ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ,ຂໍ້​ຕິດ​ຂັດ​ເພື່ອ​ເປັນ​ເອ​ກະ​ພາບ​ບັນ​ດາ​ຂໍ້​ມາດ​ຕາໂດຍ​ໄວ, ສຳ​ເລັດ​ສັນ​ຍາ​ຖືກ​ກັບ​ລະ​ດັບ​ຄວາມ​ໄວ​ຂອງ​ການ​ຊີ້​ນຳ​ຈາກການ​ນຳ​ຂັ້ນ​ສູງ​ສາມ​ປະ​ເທດ​​. ສັນ​ຍາ​ການ​ຄ້າ ສາມ​ປະ​ເທດ​ເມື່ອ​ໄດ້​ຮັບ​ການ​ລົງ​ນາມ ແລະ ມີ​ຜົນ​ສັກ​ສິດ ຈະ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ຕັ້ງ​ຫນ້າ​ຫລາຍ​ຢ່າງ​ໃຫ້​ແກ່​ການ​ພົວ​ພັນ​ດ້ານ​ການ​ຄ້າ, ການ​ຈໍ​ລະ​ຈອນ​ສິນ​ຄ້າ​ລະ​ຫວ່າງ​ບັນ​ດາ​ແຂວງ​ຂອງ​ສ​າມ​ປະ​ເທດ. ກອງ​ປະ​ຊຸມ​ເຈ​ລະ​ຈາ​ຄັ້ງ​ທີ 4 ສິ້ນ​ສຸດ​ໃນ​ວັນ​ທີ 20/4.

 

ຂ່າວ/ບົດ​ອື່ນ