ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວລາວສ້າງຊາດ
My Binh -  
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ແນວລາວສ້າງຊາດ
(ພາບ: ໝີບີງ)
(vovworld) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 10 ແນວລາວສ້າງຊາດ ຖືກໄຂຂຶ້ນໃນວັນທີ 08/06 ຢູ່ນະຄອນຫລວງ ວຽງຈັນ ລາວ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ພ້ອມກັບຜູ້ແທນກ່ວາ 400 ທ່ານເຂົ້າຮ່ວມກອງປະຊຸມໃຫຍ່. ໃນບົດສູນທອນພົດໄຂກອງປະຊຸມໃຫຍ່ທ່ານ ພັນດວງຈິດ ວົງສາ ປະທານສູນກາງແນວລາວສ້າງຊາດ ຊີ້ແຈ້ງວ່າ: ກອງປະຊຸມໃຫຍ່ຈະສະຫລຸບວຽກງານຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 9 ແນວລາວສ້າງຊາດ, ວາງຄາດໝາຍສູ້ຊົນ, ທິດທາງວຽກງານໃນ 5ປີຈະມາເຖິງ ແລະ ແຜນການຍຸດທະສາດພັດທະນາແນວລາວສ້າງຊາດໄລຍະ 10ປີ (2016 - 2025). ກອງປະຊຸມໃຫຍ່ກໍ່ຈະພິຈາລະນາ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ, ເລືອກຕັ້ງປະທານ, ຮອງປະທານ ແລະ ຜູ້ປະຈຳສູນກາງແນວລາວສ້າງຊາດຊຸດທີ 10. ກອງປະຊຸມໃຫຍ່ຈະອັດລົງໃນວັນທີ 09/06.
My Binh