(vovworld) - ການເຈລະຈາຕ້ານການສໍ້ລາດບັງຫຼວງຄັ້ງທີ 11 ໂດຍສະຖານທູດອັງກິດ ສົມທົບກັບອົງການກວດກາລັດຖະບານ ແລະ ຫ້ອງການຊີ້ນ້ຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ເຊິ່ງຈັດຂຶ້ນໃນວັນທີ 6/12, ຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ວ່າ “ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງຢູ່ທ້ອງຖິ່ນ: ສະພາບຕົວຈິງ ແລະ ມາດຕະການແກ້ໄຂ”, ການເຈລະຈາແມ່ນໂອກາດເພື່ອແລກປ່ຽນບົດຮຽນລະຫວ່າງບັນດາແຂວງ, ນະຄອນ ຢູ່ຫວຽດນາມ ກັບບາງທ້ອງຖິ່ນທີ່ພົ້ນເດັ່ນໃນໂລກ ກ່ຽວກັບມາດຕະການຕ່າງໆຢ່າງມີປະສິດທິຜົນ ແລະ ບັນດາສິ່ງທ້າທາຍໃນຂົງເຂດປ້ອງກັນຕ້ານການສໍ້ລາດບັງຫຼວງ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ລັດຖະບານຫວຽດນາມ ແລະ ຄູ່ຮ່ວມມືອຸປະຖຳພັດທະນາ ປຶກສາຫາລືບັນດາຄວາມມານະພະຍາຍາມປ້ອງກັນຕ້ານການສໍ້ລາດບັງຫຼວງຂອງທ້ອງຖິ່ນຕ່າງໆ.
ກ່າວຄວາມເຫັນທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ປະຈຸບັນໄພສໍ້ລາດບັງຫຼວງໄດ້ກາຍເປັນການທ້າທາຍໃນທົ່ວໂລກ ແລະ ນັບມື້ນັບມີຫຼາຍຮູບການຢ່າງສັບສົນ. ທ່ານຢືນຢັນວ່າ:
”ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແມ່ນການຕໍ່ສູ້ໃນໄລຍະຍາວ ແລະ ຈຳເປັນຕ້ອງມີການຮ່ວມມືຂອງທຸກໆປະເທດ. ທີ່ເວທີປາໄສຄັ້ງນີ້, ລັດຖະບານຫວຽດນາມ, ອຳນາດການປົກຄອງທຸກຂັ້ນ, ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢ່າງເດັດດຽວ ແລະ ແຂງແຮງກວ່າອີກ ດ້ວຍການກະທຳຕ່າງໆຢ່າງທັນການ. ເຂົ້າຮ່ວມຄວາມມານະພະຍາຍາມນັ້ນ, ລັດຫວຽດນາມ ກໍ່ໄດ້ມີແຜນນະໂຍບາຍເພີ່ມທະວີການຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນຕ່າງໆ ເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການໜູນຊ່ວຍທາງດ້ານເຕັກນິກ, ປະຕິບັດການໜູນຊ່ວຍດ້ານຍຸຕິທຳທາງອາຍາ, ແລະຖອນຄືນຊັບສົມບັດເທື່ອລະກ້າວ”