(ພາບປະກອບ )
(vovworld)- ຕອນບ່າຍວັນທີ 7/10, ກອງປະຊຸມຂັ້ນສູງຄັ້ງທີ 21 ຂອງເວທີປາໄສຮ່ວມມື ເສດຖະກິດ ອາຊີ - ປາຊີຟິກ ( APEC) ໄດ້ໄຂຂຶ້ນຢ່າງສົມກຽດຢູ່ເກາະບາລີ ປະເທດ ອິນໂດເນເຊຍ. ທ່ານປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono ໄດ້ເນັ້ນໜັກຄວາມໝາຍຂອງກອງປະຊຸມດ້ວຍຫົວເລື່ອງ “ອາຊີ - ປາຊີຟິກ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ: ກຳລັງໜູນຂອງການເຕີບໂຕທົ່ວໂລກ” ແລະ ຢືນຢັນບັນດາຄວາມມານະພະຍາຍາມຂອງ APEC ໃນການປະຕິບັດຈຸດໝາຍ Bogor ກ່ຽວກັບການຫັນການຄ້າເປັນເສລີໃນ 19 ປີຜ່ານມາ ໄດ້ປະກອບສ່ວນນຳເວທີປາໄສ APEC ກາຍເປັນກຳລັງໜູນຊຸກຍູ້ຄວາມຂະຫຍັນຂັນເຄື່ອນຂອງບັນດາພື້ນຖານເສດຖະກິດສະມາຊິກ, ຍົກສູງຊີວິດການເປັນຢູ່ຂອງ ປຊຊ ແລະ ຄວາມວັດທະນາຖາວອນຂອງພາກພື້ນ.
ພາຍຫຼັງພິທີໄຂ, ບັນດາການນຳໄດ້ເຂົ້າຮ່ວມວາລະປະຊຸມທາງການຄັ້ງປະຖົມມະເລິກກ່ຽວກັບບົດບາດຂອງ APEC ໃນການປັບປຸງລະບົບການຄ້າຫຼາຍຝ່າຍໃນສະພາບການເສດຖະກິດໃນປະຈຸບັນ. ທ່ານປະທານປະເທດ ເຈືອງເຕີນຊາງ ແມ່ນໜຶ່ງໃນບັນດາການກຳໄດ້ຮັບຄຳເຊີນກ່າວຄຳເຫັນທີ່ວາລະປະຊຸມຄັ້ງປະຖົມມະເລິກນີ້. ທ່ານຮຽກຮ້ອງໃຫ້ APEC ຕ້ອງເດັດດ່ຽວກ່ວາອີກໃນການປະຕິບັດບັນດາ ຈຸດໝາຍ Bogor. APEC ກໍ່ຕ້ອງຊຸກຍູ້ການຄ້າທົ່ວໂລກຕາມທິດຍຸຕິທຳ, ປະຊາທິປະໄຕ, ສີວິໄລ ແລະ ມີປະສິດທິຜົນ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະຜັນຂະຫຍາຍການຮ່ວມມືດ້ານເສດຖະກິດໃນພາກພື້ນຢ່າງແຮງ ປະກອບສ່ວນເຂົ້າໃນລະບົບການຄ້າຫຼາຍຝ່າຍ. ທ່ານປະທານປະເທດ ເຈືອງເຕີນຊາງ ປະກາດວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນເຈົ້າພາບຈັດກອງປະຊຸມຂັ້ນສູງ APEC ຄັ້ງທີ 25 ໃນປີ 2017.