ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມງານບຸນຖະຫນົນດອກໄມ້
ພາບ:tuoitre.vn
|
(vovworld)- ຕອນຄຳ່ວັນທີ 28/1, ຢູ່ ນະຄອນໂຮ່ຈິມີນ, ທ່ານປະທານປະເທດເຈືອງເຕີນຊາງ ພ້ອມກັບການນຳບັນດາກະຊວງ, ຂະແຫນງການສູນກາງ, ນະຄອນໂຮ່ຈິມີນ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າໄຂງານບຸນຖະຫນົນດອກໄມ້ ຫງວຽນເຫ້ວ. ດ້ວຍຫົວຂໍ້ວ່າ: ນະຄອນໂຮ່ຈິມີນ- ນະຄອນທີ່ຮັກແພງ, ງານບຸນປີນີ້ ສືບຕໍ່ສ່ອງແສງໃຫ້ເຫັນນະຄອນທີ່ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ທັນສະໄຫມ. ກ່ອນຫນ້ານັ້ນ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ເຂົ້າຮ່ວມພິທີໄຂ ງານບຸນຖະຫນົນປື້ມປີໃຫມ່ປີມະເມຍ 2014. ງານບຸນໄດ້ແນະນຳ 4 ຫົວເລື່ອງສະເພາະຄື: ປື້ມ ແລະ ວັດທະນະທຳ; ປື້ມ ແລະ ພູມປັນຍາ; ປື້ມ ກັບອະທິປະໄຕຂອງປະເທດຊາດ ແລະ ປື້ມໄດ້ຮັບການນິຍົມກວ່າໝູ່ຈາກຜູ້ອ່ານ. ນອກນັ້ນ ຍັງມີປື້ມແນະນຳກ່ຽວກັບອະທິປະໄຕເຂດຊາຍແດນ, ທະເລໝູ່ເກາະຂອງປະເທດຊາດ.