ຫວຽດນາມເຂົ້າຮ່ວມງານວາງສະແດງສິສັນອາຊີ
ພາບ:TTXVN
|
(vovworld)- ວັນທີ 26/8, ທີ່ ຫໍພິພິດທະພັນແຫ່ງຊາດ Darwin ຢູ່ນະຄອນຫລວງ ມົດສະກູ ໄດ້ໄຂງານວາງສະແດງສາກົນ “All color of Asia”. ນີ້ເປັນຄັ້ງທຳອິດໃນປະຫວັດສາດວັດທະນະທຳ ໄດ້ເຕົ້າໂຮມບັນດາຜະລິດຕະພັນສິລະປະໂດຍນັກຈິດຕະກອນລັດເຊຍ ປະຕິບັດຢູ່ ບັນດາປະເທດ ອາຊຽນ ຄື: ຟີລີບປີນ, ສິງກະໂປ, ມາເລເຊຍ, ຫວຽດນາມ.. ບັນດາຈຸດເປັນເອກະລັກສະເພາະຂອງ 10 ພື້ນຖານວັດທະນະທຳ ອາຊຽນ ໂດຍບັນດານັກຈິດຕະກອນລັດເຊຍ ປະຕິບັດໃນ 3 ປີ ຜ່ານ 10 ປະເທດອາຊຽນ. ງານວາງສະແດງສີສັນ ອາຊີ ອີກຄັ້ງຫນຶ່ງໄດ້ເຮັດໃຫ້ບັນດາປະເທດອາຊຽນ ສະຫນິດຕິດພັນນຳກັນກວ່າ, ພິເສດ ແມ່ນເນັ້ນຫນັກເຖິງນ້ຳໃຈມິດຕະພາບ ແລະ ການຮ່ວມມືກັບ ລັດເຊຍ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນກໍຄືສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ື້ນ.