ໄຂຊຸມວັນຟິມຮູບເງົາ ລັດເຊຍຢູ່ຫວຽດນາມ

 ໄຂຊຸມວັນຟິມຮູບເງົາ ລັດເຊຍຢູ່ຫວຽດນາມ - ảnh 1
(ພາບ: vietnamplus.vn)

 (vovworld)-​​​​ ​ໃນ​ຂອບ​ເຂດ “ຊຸມ​ວັນ​ວັດທະນາ​ທຳ​ລັດ​ເຊຍ ​ຢູ່​ຫວຽດນາມ ປີ 2013“, ຕອນ​ຄ່ຳ​ວັນ​ທີ 7/11, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ກະຊວງ​ວັດທະນະທຳ​ສະຫະພັນ​ລັດ​ເຊຍ ​ໄດ້​ໄຂ​ “ຊຸມ​ວັນ​ຟິມຮູບ​ເງົາ​ລັດ​ເຊຍ​ຢູ່​ຫວຽດນາມ“. ກ່າວ​ຄຳ​ເຫັນ​ທີ່ພິທີ​ໄຂ, ທ່ານ​ເວື​ອງຢຸຍບຽນ, ຮອງ​ລັດຖະມົນຕີກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຢືນຢັນ​ວ່າ: ຊຸມ​ວັນ​ຟິມຮູບ​ເງົາ​ລັດ​ເຊຍ ​ຢູ່​ຫວຽດນາມ ຄັ້ງນີ້ ​ແມ່ນ​ເຫດການ​ວັດທະນະທຳ​ທີ່​ມີຄວາມ​ໝາຍອັນ​ໃຫ່ຍຫຼວງ​ເພື່ອ​ແນ​ໃສ່​ປະຕິບັດ​ໂຄງການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ສິລະ​ປະລະຫວ່າງ​ສອງ​ປະ​ເທດ. ທ່ານ​ກ່າວ​ວ່າ:

  “ບັນດາ​ຟິມຮູບ​ເງົາ​ຂອງ​ລັດ​ເຊຍ​ໄດ້​ນຳ​ມາສາຍ​ໃນ​ໂອກາດ​ນີ້​ມີ​ເນື້ອ​ໃນ​ອຸດົ​ມສົມ​ບຸນ, ຫຼາຍ​ຮູບ​ຫຼາຍ​ແບບ, ​ແມ່ນ​ໂອກາດ​​​ເພື່ອໃຫ້ຜູ້​ຊົມ​ຫວຽດນາມ ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີວິດ​ຂອງ ປຊຊ ລັດ​ເຊຍ ອ້າ​ຍນ້ອງ​ຫຼາຍກ່ວາອີກ. ຂ້າພະ​ເຈົ້າ​ເຊື່ອໝັ້ນວ່າ, ຊຸມ​ວັນ​ຟິມຮູບ​ເງົາ​ລັດ​ເຊຍ ​ຢູ່​ຫວຽດນາມ ຄັ້ງນີ້ ຈະ​ປະກອບສ່ວນ​ຊຸກຍູ້, ພັດທະນາ​ອາລົມ​ຈິດ​ຄວາມ​ຮັກ​ແພງສະໜິດ​ຕິດ​ພັນ, ການ​ພົ​ວພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະລະ​ຫວ່າງ​ສອງ​ປະ​ເທດ​ຍິ່ງກ່ວາ​ອີກ ພ້ອມ​ທັງ​ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ“./.


ຂ່າວ/ບົດ​ອື່ນ