ໄຂວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ 2013

ໄຂວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ 2013 - ảnh 1
ການສະ​ແດງ​ສິລະ​ປະທີ່ພິທີໄຂ
(ພາບ: VGP/Mạnh Hùng)

 (vovworld) - ຕອນ​ຄຳ່​ວັນ​ທີ 4/4, ​ວັນ​ບຸນ​ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ ປີ 2013 ​ໄດ້​ໄຂ​ຂຶ້ນດ້ວຍ​ຫົວ​ຂໍ້​ວ່າ: “ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ: ​ເຄື່ອງໝາຍ​ການ​ຄ້າ - ການ​ເຊື່ອມ​ໂຍງ - ພັດທະນາ”. ວັນ​ບຸນ​ທ່ອງ​ທ່ຽວ​ດຶງ​ດູດ 80 ຫົວໜ່ວຍ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ, ການທ່ອງ​ທ່ຽວ ທີ່​ມາ​ຈາກ 20 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ​ດ້ວຍ​ຮ້ານ​ວາງສະ​ແດງ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ເກືອບ 120 ​ຮ້ານ. ດ້ວຍ​ຈຸດປະສົງ​ໂຄສະນາ​ເຜິີຍ​ແຜ່ ​ແລະ ສົ່ງ​ເສີມ​ບັນດາ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ວັນ​ບຸນ​ທ່ອງ​ທ່ຽວ​ປີ​ນີ້​ລວມມີ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມ​ບຸນ, ດ້ວຍຫຼາຍ​ຮູບ​ຫຼາຍ​ແບບ​ຄື: ງານ​ບຸນ​ເຊີດ​ຊູ​ເຄື່ອງໝາຍ​ການ​ຄ້າ​ການທ່ອງທ່ຽວ ນະຄອນ ​ໂຮ່ຈີ​ມິນ, ງານວາງສະ​ແດງ ​ແລະ ​ແນ​ະນຳ “ບັນດາ​ຮູບ​ຖ່າຍ​ທີ່ງາມ​ກ່ຽວ​ກັບ​ທ່ອງ​ທ່ຽວ ຫວຽດນາມ”, ການສະ​ແດງ​ສິລະ​ປະ​ຄ້ອງ, ງານວາງສະ​ແດງ​ແນະນຳ​ໝູ່​ບ້ານ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ.​.​​. ທ່ານ ລາກ​ວກ​ແຄ໋ງ, ຮອງ​ຫົວໜ້າ​ພະ​ແນ​ກວັດທະ​ນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

“2 ຈຸດ​ພົ້ນ​ເດັ່ນ​ໃນ​ເຫດການ​ຄັ້ງ​ນີ​້ແມ່ນ​ງານ​ຕະຫລາດ​ນັດທ່ອງ​ທ່ຽວ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດສ້າງ​ໄດ້​ບາດກ້າວ​ບຸກທະ​ລຸ ກ່ຽວ​ກັບ​ການ​ແນະນຳ​ຜະລິດ​ຕະພັນ​ໃໝ່, ລາຄາ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ໃນ​ລະດູ​ແລ້ງ. ນີ້​ກາຍ​ເປັນ​ວັນ​ບຸນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຢ່າງ​ແທ້​ຈິງ ຍ້ອນ​ວ່າ​ເຂົາ​ເຈົ້າ​ໄດ້​ສຳ​ພັດ​ກັບ​ລູກ​ຄ້າ​ຂອງ​ຕົນ​”

 

ຂ່າວ/ບົດ​ອື່ນ