ທ່ານໂຮ່ວາງເລີ້ຍ, ຫົວຫນ້າຄະນະຈັດຕັ້ງວັນບຸນກ່າວຄຳເຫັນໄຂວັນບຸນ
ສື່ມວນຊົນ
ພາບ:baomoi.com
|
(vovworld)- ຕອນເຊົ້າວັນທີ 13/3, ວັນບຸນຫນັງສື່ພິມທົ່ວປະເທດປີ 2016 ດ້ວຍຫົວຂໍ້ວ່າ: “ຕ້ອນຮັບລະດູບານໃຫມ່, ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ອວຍພອນປະເທດຊາດພາຍຫລັງ 30 ປີແຫ່ງການປ່ຽນແປງໃຫມ່” ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ. ເຂົ້າຮ່ວມວັນບຸນດັ່ງກ່າວ, ຮ້ານວາງສະແດງຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໂດຍສັງເຂບກ່ຽວກັບວິວັດການສ້າງຕັ້ງ, ພັດທະນາ ແລະ ເຕີບໃຫຍ່ ຂອງວິທະຍຸກະຈາຍສຽງຫວຽດນາມ. ກ່າວຄຳເຫັນໄຂພິທີ, ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ຢືນຢັນວ່າ:
“ວັນບຸນຫນັງສື່ພິມແມ່ນວິທີເຮັດທີ່ມີຫົວຄິດປະດິດສ້າງ ແລະ ແທດຈິງ. ນີ້ແມ່ນການເຄື່ອນໄຫວເຕັມໄປດ້ວຍພູມປັນຍາ, ວັດທະນະທຳ, ເຮັດໃຫ້ຂົງເຂດສື່ມວນຊົນມີຊີວິດຊີວາ ແລະ ອຸດົມສົມບຸນກວ່າ. ນອກນັ້ນ ວັນບຸນດັ່ງກ່າວກໍແມ່ນໂອກາດຍ້ອງຍໍສັນລະເສີນຖັນແຖວນັກຂ່າວປະຕິວັດ, ສ້າງບັນຍາກາດແຂ່ງຂັນລະຫວ່າງບັນດານັກຂ່າວ, ປະກອບສ່ວນຍົກສູງຄຸນນະທາດການປະຕິວັດ, ລະດັບຄວາມຮູ້ດ້ານການເມືອງ ແລະ ວິຊາສະເພາະໃຫ້ບັນດານັກຂ່າວ, ຍົກສູງຄຸນນະພາບການເຄື່ອນໄຫວສື່ມວນຊົນ.”