(ພາບ: cinet.gov.vn)
ວັນມໍລະດົກວັດທະນະທຳຫວຽດນາມຄັ້ງທີ່ 7 ໄດ້ໄຂຂື້ນໃນວັນທີ 21 ພະຈິກຢູ່ ຮ່າໂນ້ຍ, ກ່າວຄຳເຫັນໄຂພິທີ, ທ່ານ ເລແຄ໋ງຮາຍ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ເນັ້ນໜັກວ່າ, ສັບປະດາວັດທະນະທຳທ່ອງທ່ຽວມໍລະດົກທິດເໜືອພາກກາງໄດ້ຮັບການຄັດເລືອກເປັນຫົວຂໍ້ຂອງວັນມໍລະດົກວັດທະນະທຳ ຫວຽດນາມ ປີ 2011 ດ້ວຍການເຄື່ອນໄຫວທີ່ອຸດົມສົມບຸນ ແລະ ເປັນເອກະລັກສະເພາະຫຼາຍຢ່າງ, ເພື່ອແນໃສ່ໂຄສະນາ, ເຊີດຊູບັນດາຄູນຄ່າມໍລະດົກວັດທະນະທຳ ຫວຽດນາມ, ຢືນຢັນທ່າແຮງ ແລະ ຄວາມສາມາດບົມຊ້ອນດ້ານການທ່ອງທ່ຽວຂອງ ຫວຽດນາມ ເວົ້າລວມ ແລະ ບັນດາຜະລິດຕະພັນການທ່ອງທ່ຽວຂອງທິດເໜືອພາກກາງເວົ້າສະເພາະເພື່ອແນໃສ່ພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ປະກອບສ່ວນໂຄສະນາພາບພົດປະເທດຊາດ ແລະ ຊາວ ຫວຽດນາມ ອອກສູ່ໂລກ. ເຫດການນີ້ກໍ່ແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ວຽກງານໂຄສະນາປີທ່ອງທ່ຽວແຫ່ງຊາດເຂດແຄມທະເລພາກກາງ - ເວ໋ ປີ2012 .