ໄຂວາລະປະຊຸມທີ 8, ຄະນະປະຈຳສະພາແຫ່ງຊາດຊຸດທີ 13

ໄຂວາລະປະຊຸມທີ 8, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 - ảnh 1
ໄຂວາລະ​ປະຊຸມ​ທີ 8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13
(ພາບ: giaothongvantai)

(vovwold) - ວາລະ​ປະຊຸມ​ທີ 8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 4/5 ຢູ່ ຮ່າ​ໂນ້ຍ. ຄາດ​ວ່າຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຈະ​ຮັບຮອງ​ເອົາ 2 ມະຕິ​ຄື: ມະຕິ​ກ່ຽວ​ກັບ​ການຈັດ​ແບ່ງ​ງົບປະມານ​ໃຫ້​ແກ່​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ 2012-2015 ​ແລະ ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ສຳ​ຫຼັບ​ຜູ້​ມີ​ຄູນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ. ​ໃນ​ວາລະ​ປະຊຸມ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກໍ່​ຈະ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນ​ຍັດ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2013, ປັບປຸງ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນ​ຍັດ​ປີ 2012 ​ແລະ​ ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ​ແຜນ​ຮ່າງ​ສືບ​ຕໍ່​ປ່ຽນ​ໃໝ່, ຍົກ​ສູງ​ຄູນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ກໍ່​ຈະ​ໄດ້​ຮັບ​ການ​ປຶກສາ​ຫາລື​ໃນ​ວາລະ​ປະຊຸມ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ