(vovworld) - ຕອນເຊົ້າວັນທີ 7/4, ມີນັກສຶກສາດີເດັ່ນ 100 ກວ່າຄົນທີ່ມາຈາກບັນດາມະຫາວິທະຍາໄລໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາປະເທດໃກ້ຄຽງຄື: ຈີນ, ຍີ່ປຸ່ນ ໄດ້ເຂົ້າຮ່ວມພິທີ ໄຂເວທີປາໄສວິທະຍາສາດນັກສຶກສາສາກົນຄັ້ງທຳອິດ, ດ້ວຍຫົວຂໍ້ວ່າ: “ນັກສຶກສາເຊື່ອມໂຍງ“. ເວທີປາໄສນີ້ໂດຍສະມາຄົມນັກສຶກສາ ຫວຽດນາມ ນະຄອນ ໂຮ່ຈີມິນ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນສົມທົບກັນຈັດຕັ້ງ. ເຂົ້າຮ່ວມເວທີປາໄສ, ບັນດານັກສຶກສາຈະສຸມໃສ່ປຶກສາຫາລືຫົວເລື່ອງສະເພາະຕ່າງໆຕື: ການດຳເນີນອາຊີບ ແລະ ວຽກເຮັດງານທຳຂອງນັກສຶກສາ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ. ອ້າຍ ເລິມດິ່ງທັ໋ງ, ປະທານສະມາຄົມນັກສຶກສາ ຫວຽດນາມ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຫວັງວ່າ, ຜ່ານເວທີປາໄສຄັ້ງນີ້, ບັນດານັກສຶກສານະຄອນ ໂຮ່ຈີມິນ ກໍ່ຄືບັນດານັກວິທະຍາສາດໜຸ່ມ ຈະມີວິທີສຳຜັດທີ່ມີລັກສະນະວິທະຍາສາດກັບປະຊາຄົມວິທະຍາສາດໂລກ, ສາມາດຮຳ່ຮຽນເອົາບັນດາບົດຮຽນນັ້ນ ເພື່ອແກ້ໄຂບັນຫາຕົວຈິງທີ່ວາງອອກໃຫ້ນະຄອນ, ນັ້ນແມ່ນດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ບັນດາບັນຫາກ່ຽວຂ້ອງເຖິງນັກສຶກສາ.“
ເວທີປາໄສວິທະຍາສາດນັກຮຽນນັກສຶກສາສາກົນຈະດຳເນີນເຖິງວັນທີ 10/4.