ໄຂເວທີປາໄສອາຊີປົວຢາວ 2017
(ເວທີປາໄສອາຊີປົວຢາວ 2017)
(vovworld) - ຕອນເຊົ້າວັນທີ 25/03, ກອງປະຊຸມປະຈຳປີເວທີປາໄສອາຊີ ປົວຢາວ 2017 ຖືກໄຂຂຶ້ນຢ່າງເປັນທາງການ ຢູ່ປົວຢາວ, ຂຶ້ນກັບແຂວງ ໄຫໜານ, ຢູ່ທາງພາກກາງປະເທດຈີນ. ທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ້ ໄດ້ເຂົ້າຮ່ວມພິທີໄຂ ແລະ ມີບົດກ່າວປາໄສມີລັກສະນະກຳນົດທິດ. ນອກນັ້ນ, ຍັງມີການນຳ 5 ປະເທດ ແລະ ເຈົ້າໜ້າທີ່ຂັ້ນລັດຖະມົນຕີ ຮັບຜິດຊອບບັນຫາເສດຖະກິດບັນດາປະເທດ 80 ທ່ານ ແລະ ຜູ້ຮັບຜິດຊອບບັນດາອົງການຈັດຕັ້ງສາກົນ, ນັກທຸລະກິດຫຼາຍຄົນ, ນັກຮຽນຮູ້ທີ່ມາຈາກ 50 ປະເທດ ແລະ ເຂດແຄ້ວນ ເຂົ້າຮ່ວມເວທີປາໄສ. ດ້ວຍຫົວຂໍ້ວ່າ “ໂລກາພິວັດ ແລະ ການຄ້າເສລີ: ອະນາຄົດຂອງອາຊີ”, ເວທີປາໄສຄັ້ງນີ້ໄດ້ປຶກສາຫາລື 4 ເນື້ອໃນຕົ້ນຕໍ່ເຊິ່ງລວມມີ: ໂລກາພິວັດ; ການເຕີບໂຕ; ການປະຕິຮູບ; ເສດຖະກິດໃໝ່. ຄາດວ່າ, ຈະມີການເຄື່ອນໄຫວທາງການ 65 ຄັ້ງ, ວາລະປຶກສາຫາລື 44 ຄັ້ງ, ກອງປະຊຸມໂຕະມົນ 17 ຄັ້ງ ແລະ ກອງປະຊຸມຫົວເລື່ອງສະເພາະ 2 ຄັ້ງທີ່ຈະຖືກຈັດຂຶ້ນໃນຂອບເຂດເວທີປາໄສຄັ້ງນີ້.