ໄຂເວທີປາໄສເສດຖະກິດ ອາຊີ-ເອີລົບຄັ້ງທີ 5 ຢູ່ຈີນ

 ໄຂເວທີປາໄສເສດຖະກິດ ອາຊີ-ເອີລົບຄັ້ງທີ 5 ຢູ່ຈີນ - ảnh 1

(ພາບ: tnamese.cri.cn)

(vovworld)-​​​​ ​ ​ ເວທີ​ປາ​ໄສ​ເສດຖະກິດ​ອາຊີ-​ເອີ​ລົບ​ຄັ້ງທີ 5 ຖືກຈັດ​ຂຶ້ນ​ຢູ່​ປະ​ເທດຈີນ ດ້ວຍ​ຫົວ​ເລື່ອງ “ຮ່ວມ​ມື​ຢ່າງ​ແທດ​ຈິງ, ຊຸກຍູ້​​ເພື່ອພ້ອມ​ກັນຈະ​ເລີ​ນຮຸ່ງ​ເຮືອງ“ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 1000 ທ່ານ​ຊື່​ງ​ແມ່ນ​ນັກ​ການ​ເມືອງ, ນັກທຸລະກິດ ​ແລະ ວົງ​ການ​ຜູ້​ຊ່ຽວຊານ, ນັກຮຽນ​ຮູ້​ເສ​ດຖະກິດ​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ-​ເອີ​ລົບ. ທີ່​ວາລະ​ໄຂ, ບັນດາ​ຜູ້​ແທນ​ເຫັນ​ດີເປັນ​ເອກະສັນ​ຕໍ່​ຂໍ້​​ສັງ​ເກດ​ທີ່​ວ່າ, ​ໃນ​ສະພາບ​ການ​ຫັນ​ເປັນ​ໂລກາ​ພິບັດ​ເສດຖະກິດ​ໃນ​ປະຈຸ​ບັນ, ບັນດາ​ປະ​ເທດ ອາຊີ-​ເອີ​ລົບ ທີ່​ກ່ຽວຂ້ອງ ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື ຈຶ່ງ​ຈະ​ສາດ​ມາດ​ພ້ອມ​ກັນ​ພັດທະນາ, ພ້ອມ​ກັນ​ມີ​ຄວາມ​ວັດທະນາ​ຖາວອນ​ໄດ້​. ສອງ​ພາກພື້ນ​ທັງ​​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ທັງ​​ເປັນ​ຄູ່ຮ່ວມ​ມື​ທີ່​ດີ ​ເພື່ອ​ໜູນ​ຊ່ວຍ​ເພີ່ມ​ເຕີມ​ທ່າ​ດີ​ໃຫ້​ແກ່​ກັນ, ສືບ​ຕໍ່​ມານະ​ພະຍາຍາມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ເສດຖະກິດ, ການ​ຄ້າ, ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ແລະ ​ເປີດ​ກ້ວາງ​ການ​ພົບ​ປະ​ແລກປ່ຽນ ປຊຊ, ຕັ້ງໜ້າ​ຍົກ​ອອກ​ບັນດາ​ມາດ​ຕະການ​ອັນ​ແທດ​ຈິງ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ພັດທະນາ​ຢ່າງ​ວັດ​ຖະນາ​ຖາວອນ.

 

ຂ່າວ/ບົດ​ອື່ນ