ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ
(ພາບ: EPA)
(vovworld) – ແຈ້ງການໜັງສືພິມໃນວັນທີ 14/12 ຂອງກະຊວງການຕ່າງປະເທດ ໄທ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ຈະມີການຢ້ຽມຢາມ ໄທ ຢ່າງເປັນທາງການໃນວັນທີ 18/12 ຈະມາເຖິງ ແລະ ຈະເປັນປະທານຮ່ວມກອງປະຊຸມຄະນະລັດຖະບານຮ່ວມ 2 ປະເທດໃນວັນທີ 19/12. ກະຊວງການຕ່າງປະເທດ ໄທ ໃຫ້ຮູ້ວ່າ: ການພົບປະເຈລະຈາຄາດຄະເນວ່າຈະຈັດຂຶ້ນໃນຕອນເຊົ້າວັນທີ 18/12 ລະຫວ່າງນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຈາ ແລະ ຜູ້ຮ່ວມຕຳແໜ່ງ ກຳປູເຈຍ, 2 ຝ່າຍຈະປຶກສາຫາລືກ່ຽວກັບການພົວພັນ 2 ຝ່າຍ, ເລື່ອງຈັດຕັ້ງການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການຮ່ວມມືພັດທະນາເຂດຊາຍແດນ 2 ປະເທດ, ການຮ່ວມມືດ້ານກະສິກຳ, ການສົ່ງເສີມການຄ້າ ແລະ ການລົງທຶນ, ເພີ່ມທະວີການ ເຊື່ອມຕໍ່ ແລະ ຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ໃນວັນທີ 19/12, ລັດຖະມົນຕີ 2 ປະເທດຈະເປັນປະທານຮ່ວມກອງປະຊຸມລັດຖະບານຮ່ວມໄທ - ກຳປູເຈຍ ເພື່ອແນໃສ່ປຶກສາຫາລືກ່ຽວກັບວິທີການເພີ່ມທະວີໃນບັນດາຂົງເຂດຫຼັກແຫຼ່ງ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຄື: ດ້ານການເມືອງ, ດ້ານເສດຖະກິດ ແລະ ວັດທະນະທຳສັງຄົມ.