ໄຮ​ຕີ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ

(VOVWORLD) -ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 2.189 ຄົນ ແລະ ກວ່າ 12.000 ຄົນຖືກບາດເຈັບ ໃນເຫດແຜ່ນດິນໄຫວ ທີ່ມີຄວາມສັ່ນສະເທື່ອນເຖິງ 7,2 ຣິກເຕີ ຢູ່ທາງທິດຕາເວັນຕົກ ໄຮຕີ. 
ໄຮ​ຕີ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ - ảnh 1ເຫດແຜ່ນດິນໄຫວໄດ້ເຮັດໃຫ້ມີເຮືອນນັບໝື່ນຫຼັງຖືກທຳລາຍ(ພາບ: TTXVN)

  ໄລ່ຮອດວັນທີ 22 ສິງຫາ, ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 2.189 ຄົນ ແລະ ກວ່າ 12.000 ຄົນຖືກບາດເຈັບ ໃນເຫດແຜ່ນດິນໄຫວ ທີ່ມີຄວາມສັ່ນສະເທື່ອນເຖິງ 7,2 ຣິກເຕີ ຢູ່ທາງທິດຕາເວັນຕົກ ໄຮຕີ. ເຫດການດັ່ງກ່າວໄດ້ເຮັດໃຫ້ມີເຮືອນນັບໝື່ນຫຼັງຖືກທຳລາຍ ແລະ ປະຊາຊົນເກືອບ 600.000 ຄົນຖືກຜົນກະທົບຈາກໄພພິບັດນີ້ ແລະ ພວມຕ້ອງການຊ່ວຍເຫຼືອດ່ວນ.

        ປັດຈຸບັນ, ວິວັດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວນີ້ ພວມໄດ້ຮັບການຜັນຂະຫຍາຍຢ່າງຮີບດ່ວນ. ເຖິງຢ່າງໃດກໍຕາມ, ບັນດາການເຄື່ອນໄຫວຂົນສົ່ງສະບຽງອາຫານ, ນ້ຳ ແລະ ອຸປະກອນການແພດໄປຍັງຜູ້ປະສົບເຄາຮ້າຍຈາກເຫດດັ່ງກ່າວບໍ່ພຽງແຕ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບທາງຄົມມະນາຄົມເທົ່ານັ້ນ, ຫາກຍັງຖືກຜົນກະທົບຈາກການບຸກໂຈມຕີຂອງກຸ່ມຄົນທີ່ຍັງບໍ່ທັນຮູ້ຊື່ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ