ໝູ່ກັງຈາຍ - ສະຖານທີ່ ທ່ອງທ່ຽວ ແຖວໜ້າ ຂອງໂລກ ໃນປີ 2020
(VOVWORLD) -ສຳນັກຂ່າວສານ CNBC ຫາກໍ່ໄດ້ລົງບົດ ຕີລາຄາວ່າ ໝູ່ກັງຈາຍໃນແຂວງ ອຽນບ໊າຍ ແມ່ນ ສະຖານທີ່ ທ່ອງທ່ຽວ ທີ່ຈັບໃຈສຳລັບ ແຂກທ່ອງທ່ຽວ ສາກົນ ໃນປີ 2020. CNBC ໄດ້ ພັນລະນາ ໝູ່ກັງຈາຍ ປຽບເໝືອນແກ້ວມະນີນອນເລິກໃນບັນດາຮ່ອມພູ, ດ້ວຍບັນດາໝູ່ບ້ານຕັ້ງຢູ່ເນີນພູໃນທ່າມກາງທົ່ງນາຂັ້ນໄດຂຽວອຸມທຸມ.
ໝູ່ກັງຈາຍ (ພາບ: Sunny Tran) |
ຢູ່ທີ່ນີ້ກໍ່ໄດ້ມີການເຄື່ອນໄຫວລະຫຼິ້ນບັນເທີງຕ່າງໆ ຄື ຍ່າງ, ຂີ່ລົດຖີບແລະ ຖ່າຍຮູບ. ແຕ່ລະປີ ໃນໂອກາດງານບຸນ, ໝູ່ກັງຈາຍ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ ຢ່າງຫຼວງຫຼາຍ. ບົດໜັງສືພິມໄດ້ເນັ້ນໜັກວ່າ ນາຂັ້ນໄດໄດ້ຊ່ວຍໃຫ້ໝູ່ກັງຈາຍໃນແຕ່ລະລະດູການ ພັດມີຄວາມເປັນເອກະລັກສະເພາະ. ໃນລະດູບານໃໝ່, ທົ່ງນາຂຽວອຸມທຸມເຕັມໄປດ້ວຍພະລັງຊີວິດ, ສ່ວນໃນລະດູຮ້ອນກໍ່ມີຄວາມອົບອຸ່ນ, ນາຂັ້ນໄດຍັງປົກຄຸມສີຂຽວໄປທົ່ວເຂດ. ສ່ວນໃນລະດູໃບໄມ້ຫຼົ່ນກໍ່ແມ່ນຍາມເກັບກູ້ ນາຂັ້ນໄດປ່ຽບເໝືອນທະເລຄຳ.