120 ນັກຮຽນທຸກຍາກ ໄດ້ຮັບທຶນສຶກສາຈາກ ກອງທຶນອຸປະກາລະເດັກນ້ອຍຫວຽດນາມ

120 ນັກຮຽນທຸກຍາກ ໄດ້ຮັບທຶນສຶກສາຈາກ ກອງທຶນອຸປະກາລະເດັກນ້ອຍຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວານ

(vovworld) – ວັນ​ທີ 19/7, ຢູ່​ແຂວງ​ກວາງ​ຈິ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວານ, ປະທານ​ສະພາ​ອຸປະກາລະ ກອງ​ທຶນ​ອຸປະກາລະ​ເດັກນ້ອຍ​ຫວຽດນາມ, ​ໄດ້​ມອບ​ທຶນ​ສຶກສາ “ນ້ອງ​ບໍ່​ຕ້ອງ​ປະ​ຮຽນ“ ຂອງ​ກອງ​ທຶນ​ໃຫ້​ແກ່​ນັກຮຽນ​​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຢູ່​ແຂວງ​ກວາງ​ຈິ. ນັກຮຽນ​​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​​ແຂວງ​ກວາງ​ຈິ 120 ຄົນ​ໄດ້​ຮັບ​ທຶນ​ສຶກສາ​ໃນ​ຄັ້ງ​ນີ້. ​ທຶນ​ສຶກສາ “ນ້ອງ​ບໍ່​ຕ້ອງ​ປະ​ຮຽນ“ ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ​ແລະ ບັນດາ​ຜູ້​ທີ່​ມີ​ໃຈ​ບຸນ, ດ້ວຍ​ຄວາມ​ປາຖະໜາ​ຢາກ​ໃຫ້​ພວກ​ນ້ອງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ເພື່ອ​ບໍ່​ຕ້ອງ​ປະ​ຮຽນ.

ຂ່າວ/ບົດ​ອື່ນ