2ວົງດົນຕີຫວຽດນາມເຂົ້າຮ່ວມງານມະໂຫລານດົນຕີJazzສາກົນ
ງານມະໂຫລານດົນຕີ Jazz ໜຸ່ມສາກົນຄັ້ງທີ 5
(ພາບ: TTXVN)
(vovworld) - ຕອນຄ່ຳວັນທີ 06/05 ງານມະໂຫລານດົນຕີ Jazz ໜຸ່ມສາກົນຄັ້ງທີ 5 ຖືກໄຂຂຶ້ນຢູ່ນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ. ທີ່ງານມະໂຫລານຄັ້ງທີ 5 ນີ້, ຄະນະຈັດຕັ້ງໄດ້ເຊີນ 22 ວົງດົນຕີ ທີ່ມາຈາກ 8 ປະເທດລວມມີ: ປະເທດເຈົ້າພາບ, ອິນໂດເນເຊຍ, ຟີລີບປິນ, ຫວຽດນາມ, ຍີ່ປຸ່ນ, ອັງກິດ, ເຢຍລະມັນ ແລະ ແອັດສະປາຍ. ຫວຽດນາມ ມີ 2 ວົງດົນຕີເຂົ້າຮ່ວມ, ນັ້ນແມ່ນ ຟູຊາ ແລະ ກຸ່ມບັນດານັກສຶກສາໂຮງຮຽນວິທະຍາໄລສິລະປະ ຮ່າໂນ້ຍ ແລະ ສະຖາບັນດົນຕີແຫ່ງຊາດ.ທ່ານ Nik A.Azmi ຫົວໜ້າຄະນະຈັດຕັ້ງງານມະໂຫລານ ໃຫ້ຮູ້ວ່າ: ບັນດານັກສິລະປິນ ຫວຽດນາມ ຍາມໃດກໍ່ສ້າງຄວາມຈັບອົກຈັບໃຈ. ທີ່ງານມະໂຫລານຄັ້ງນີ້ ຂ້າພະເຈົ້າ ຮູ້ສຶກປະທັບໃຈທີ່ສຸດຕໍ່ຄວາມສາມາດ ແລະ ຄວາມຮັກຕໍ່ດົນຕີ Jazz ຂອງບັນດາວົງດົນຕີດັ່ງກ່າວທີ່ສຸກ.