900 ລ້ານ​ຄົນ​ໃນ​ໂລກ​ຖືກ​ປິດ​ລ້ອມ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ມີປະຊາຊົນນັບຮ້ອຍລ້ານຄົນໃນໂລກຖືກປິດລ້ອມ ໃນຂະນະທີ່ຈຳນວນຜູ້ເສຍຊີວິດ ຍ້ອນໂລກລະບາດໂຄວິດ-19 ໄດ້ເພີ່ມຂຶ້ນຢ່າງໄວວາ.
  900 ລ້ານ​ຄົນ​ໃນ​ໂລກ​ຖືກ​ປິດ​ລ້ອມ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1

ພາບ:   AFP/TTXVN

     ອົງການອະນາໄມໂລກ (WHO) ກໍ່ໄດ້ກ່າວເຕືອນວ່າ, ແມ່ນແຕ່ຊາວໜຸ່ມກໍ່ບໍ່ສາມາດຫຼີກ ເວັ້ນໂລກພະຍາດນີ້ໄດ້. ເລື່ອງຈຳກັດການໄປມາຢູ່ 35 ປະເທດໃນທົ່ວ ໂລກ ໄດ້ກໍ່ຜົນສະທ້ອນເຖິງປະມານ 900 ລ້ານຄົນ, ໃນນັ້ນມີ 600 ລ້ານຄົນ ຍ້ອນບັນດາປະເທດໄດ້ຈັດວາງຄຳສັ່ງປິດລ້ອມ, ນັບລ້ານຄົນໄດ້ເສຍວຽກເຮັດງານທຳ.

ຕອບກັບ

ຂ່າວ/ບົດ​ອື່ນ