Albania ເລືອກຕັ້ງສະພາແຫ່ງຊາດ

Albania ເລືອກຕັ້ງສະພາແຫ່ງຊາດ - ảnh 1
ຜູ້​ມີ​ສິດ​ເລືອກ​ຕັ້ງ Albania ​​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ
(ພາບ: voatiengviet.com)


(vovworld) - ວັນ​ທີ 23/06, ຜູ້​ມີ​ສິດ​ເລືອກ​ຕັ້ງ Albania ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ 140 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ຂອງ​ປະ​ເທດ​ນີ້. ນີ້​ແມ່ນ​ການ​ເລືອກ​ຕັ້ງ​ທີ່​ມີ​ຄວາມ​ໝາຍພິ​ເສດ​ໃນ​ສະພາບ​ທີ່​ປະ​ເທດ​ນອນ​ໃນ​ຈຳນວນ​ປະ​ເທດ​ທຸກ​ຍາກ​ກວ່າ​ໝູ່​ຢູ່​​ເອີ​ລົບ ​ພວມມີໂອກາດ​ເຂົ້າ​ເປັນສະມາຊິກສະຫະພາບ​ເອີ​ລົບ (EU) ​ໃນ​ອະນາຄົດ​ໃກ້ໆ​ນີ້. ​ຜູ້​ມີ​ສິດ​ເລືອກ​ຕັ້ງປະມານ 3,2 ລ້ານຄົນທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ ຈະໄປ​ປ່ອນ​ບັດ​ເລືອກ​ຕັ້ງໃນຄັ້ງນີ້. ໝາກຜົນເບື້ອງຕົ້ນຂອງ​ການ​ເລືອກ​ຕັ້ງຈະ​ໄດ້​ປະກາດ​ໃນ​ວັນ​ທີ 24/06.

ຂ່າວ/ບົດ​ອື່ນ