APECເປັນເອກະພາບເພີ່ມທະວີຄຸນນະພາບແຫຼ່ງຊັບພະຍາກອນມະນຸດ
ກອງປະຊຸມລັດຖະມົນຕີ APEC ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດຄັ້ງທີ 6
(ພາບ: Vietnam+)
(vovworld) – ຕອນບ່າຍວັນທີ 6/9, ພາຍຫຼັງເຮັດວຽກເປັນເວລາໜຶ່ງວັນ, ກອງປະຊຸມລັດຖະມົນຕີ APEC ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດຄັ້ງທີ 6 ໄດ້ຍົກອອກຖະແຫຼງການຮ່ວມ. ຕາມນັ້ນແລ້ວ, ບັນດາສະມາຊິກ APEC ເປັນເອກະພາບກັນຈະເພີ່ມທະວີຄຸນນະພາບແຫຼ່ງຊັບພະຍາກອນມະນຸດເພື່ອຕອບສະໜອງບັນດາຄວາມຕ້ອງການໃນທົ່ວໂລກ. ຖະແຫຼງການຮ່ວມກໍ່ຢັ້ງຢືນບັນດາສະມາຊິກ APEC ຈະສ້າງເງື່ອນໄຂຍົກຍ້າຍຄົນງານ, ພັດທະນາທັກສະ ແລະ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງເຂົ້າໃນການພັດທະນາເສດຖະກິດ. ຕາມຖະແຫຼງການຮ່ວມແລ້ວ, ບັນດາສະມາຊິກ APEC ຈະຊຸກຍູ້ວຽກເຮັດງານທຳມີຄຸນນະພາບ ແລະ ເພີ່ມທະວີການເຊື່ອມຕໍ່ມະນຸດຜ່ານການພັດທະນາແຫຼ່ງຊັບພະຍາກອນມະນຸດ. ຄຽງຄູ່ກັນນັ້ນ, ຖະແຫຼງການຮ່ວມກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການໜູນຊ່ວຍຮອບດ້ານ ແລະ ໝັ້ນຄົງເພື່ອແນໃສ່ແກ້ໄຂຜົນຮ້າຍທາງສັງຄົມຂອງການໂລກາພິວັດ.