(ພາບປະກອບ)
(vovworld) - ຕອນຄ່ຳວັນທີ 16/02, ຢູ່ສູນຈັກກະວານ Plessetsk ຂອງ ລັດເຊຍ, ດາວທຽມສັງເກດມະຫາສະໝູດທຳອິດຂອງສະຫະພາບ ເອີລົບ (ອີຢູ) ດ້ວຍຊື່ວ່າ “Sentinel 3A” ໄດ້ຍິງຂຶ້ນສູ່ອາວະກາດ. ດາວທຽມໜັກ 1.200 kg ໂດຍ ຂອງກຸ່ມບໍລິສັດ Thales Alenia Space ສາຂາ ແບນຊິກ ຜະລິດ, ສິ່ງດັ່ງກ່າວອະນຸຍາດໃຫ້ ເອີລົບ ສາມາດສັງເກດບັນດາບັນຫາກ່ຽວກັບມະຫາສະໝູດທັງວັນ ແລະ ຄືນ ຜ່ານການວັດແທກຄວາມສູງຂອງຄື້ນ, ຄວາມຮ້ອນ ແລະ ຄວາມໄວຂອງລົມ. ການເຄື່ອນໄຫວສັງເກດມະຫາສະໝູດມີບົດບາດສຳຄັນ, ຊ່ວຍເຂົ້າໃຈແຈ້ງກ່ວາກ່ຽວກັບສະພາບປ່ຽນແປງຂອງດິນຟ້າອາກາດ, ກໍ່ຄືການນຳໃຊ້ບັນດາຂໍ້ຕົກລົງ ເຊິ່ງບັນລຸໄດ້ຢູ່ກອງປະຊຸມຄັ້ງທີ 21 ສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 21) ຢູ່ປາຣີ (ຝະລັ່ງ) ເມື່ອເດືອນ 12 ປີກາຍ. ນອກຈາກນັ້ນ, ການເຄື່ອນໄຫວນີ້ ຍັງປະກອບສ່ວນເຂົ້າໃນການພັດທະນາບັນດາການບໍລິການດ້ານການຄ້າອີກດ້ວຍ.