EU ປຶກສາຫາລືກ່ຽວກັບວິກິດການຢູ່ ມາລີ ແລະ ຊີຣີ

EU ປຶກສາຫາລືກ່ຽວກັບວິກິດການຢູ່ ມາລີ ແລະ ຊີຣີ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 31/01, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ 27 ປະ​ເທດສະມາຊິກ​ສະຫະ​ພາບ​ເອີ​ລົບ ​ໄດ້​ຈັດ​ກອງ​ປະຊຸມ​ຢູ່ ບຣຸກ​ແສນ, ປະ​ເທດ ​ແບບ​ຊິກ, ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ຢູ່​ມາລີ ​ແລະ ຊີຣີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ກ່ອນ​ທີ່​ຈັດ​ກອງ​ປະຊຸ​ມ, ​ທ່ານນາງ  Catherine Asthon, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສະຫະພາບ​ເອີ​ລົບ, ຜູ້ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ ບັນດາ​ລັດຖະມົນຕີ​ຂອງ​ກຸ່ມ​ນີ້​ຈະ​ປຶກສາ​ຫາລື​ການ​ໜູນ​ຊ່ວຍ​ກອງທັບ​ມາລີ ​ແລະ ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ມະນຸດ​ສະທຳ​ຢູ່​ປະ​ເທດ​ອາ​ຟະ​ລິ​ກາ​ຕາ​ເວັນ​ຕົກນີ້. ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ, ບັນດາ​ລັດຖະມົນຕີ EU ​ໄດ້​ສຸມ​ໃສ່​ປຶກສາ​ຫາ​ລື​ກ່ຽວ​ກັບ​ມາດ​ຕະການ​ເພື່ອ​ແນ​ໃສ່​ຢຸດຕິ​ສົງຄາມ​ກາງເມືອງ​ຢູ່​ຊີຣີ, ພ້ອມ​ທັງ​ຢືນຢັນ​ການ​ສະໜັບສະໜູນ​ທີ່​ມີ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ Lakhdar Brahimi, ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ - ສະຫະພັນ ອາຣັບ (AL) ຜູ້​ຮັບຜິດຊອບ​ບັນຫາ​ຊີຣີ.
ຂ່າວ/ບົດ​ອື່ນ