EU ຮັບຮອງເອົາການຜັນຂະຫຍາຍ ຄະນະຜູ້ຕ່າງໜ້າການທະຫານໄປຍັງມາລີ ຢ່າງເປັນທາງການ

EU ຮັບຮອງເອົາການຜັນຂະຫຍາຍ ຄະນະຜູ້ຕ່າງໜ້າການທະຫານໄປຍັງມາລີ ຢ່າງເປັນທາງການ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 18/02, ບັນດາ​ລັດຖະມົນຕີ​ຂອງ​ສະຫະພາບ​​ເອີ​ລົບ (EU) ​ໄດ້ຮັບຮອງ​ເອົາ​ການ​ຜັນ​ຂະຫຍາຍ​ຄະນະ​ຜູ້​ຕ່າງ​ໜ້າການ​ທະ​ຫານ​ເຊິ່ງລວມມີ 500 ຄົນ ທີ່​ຮັບຜິດຊອບ​ໜ້າ​ທີ່​ຝືກຊ້ອມ​​ໃຫ້​ແກ່​ກອງທັບ​ມາລີ ຢ່າງ​ເປັນ​ທາງ​ການ. ກຸ່ມ​ທຳ​ອິດ​ລວມມີທະຫານ 70 ຄົນ​ໃນ​ຄະນະຜູ້​ຕາງໜ້າ​ທະຫານ​ຂອງ Eu ​ໄດ້​ໄປ​ຮອດ​ມາລີ​ໃນ 10 ມື້​ກ່ອນ​ແລ້ວ. ການ​ກະທຳ​ດັ່ງກ່າວຂອງ​ບັນດາ​ລັດຖະມົນຕີ​ EU ​ແມ່ນ​ໄລຍະ​ສຸດ​ທ້າຍ​ໃນ​ວິວັດ​ການ​ສ້າງ​ຕັ້ງ​ຄະນະ​​ຝືກຊ້ອມ EU (EUTM) ທີ່​ກຳນົດ​ເວລາ​ເຄື່ອນ​ໄຫວ​ແມ່ນ 15 ​ເດືອນ, ​​ເພື່ອແນ​ໃສ່​ໜູນ​ຊ່ວຍ​ກຳລັງ​ແຮງ​​ໃຫ້​ແກ່ກອງທັບ​ມາລີ.
ຂ່າວ/ບົດ​ອື່ນ