ພາບປະກອບ
( vovworld ) – ວັນທີ 1/3, EU ແລະ ຈີນ ໄດ້ຊົມເຊີຍປະເທດ ສປປເກົາຫຼີ ໃນເມື່ອ ປະເທດນີ້ຕົກລົງຈະຢຸດບັນດາການເຄື່ອນໄຫວນິວເຄຼີຍຊົ່ວຄາວ ຊື່ງລວມມີການຢຸດການທົດລອງຍິງລູກສອນໄຟໄລຍະໄກ ແລະ ເສີມທາດອູຣານຽມຢູ່ຮາກຖານ Yongbyon ຄືດັ່ງສ່ວນໜື່ງຂອງຂໍ້ຕົກລົງໂດຍສັງເຂບກັບອາເມລິກາ. ຕໍ່ໜ້າການກະທຳດັ່ງກ່າວຂອງ ສປປເກົາຫຼີ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງສະຫະພາບເອີລົບ, ທ່ານນາງ Catherine Ashton ຖືວ່າ ນີ້ແມ່ນບາດກ້າວເດີນຖືກທິດຂອງ ພຽງຢ່າງ, ຫ້ອງການຂອງທ່ານນາງ Ashton ຊີ້ແຈ້ງວ່າ ສະຫະພາບເອີລົບ ພ້ອມແລ້ວທີ່ຈະສືບຕໍ່ສົມທົບກັບບັນດາຄູ່ຮ່ວມມືສາກົນ ແລະ ສປປເກົາຫຼີ ເພື່ອຊອກຫາສັນຕິພາບ, ສະຖຽນລະພາບອັນຍາວນານໃນແຫຼມເກົາຫຼີ.
ໃນວັນດຽວກັນ, ທ່ານ ຫົງເຫຼີຍ ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ການປົວແປງການພົວພັນລະຫວ່າງ ອາເມລິກາ-ສປປເກົາຫຼີ ຈະເປີດຊ່ອງທາງໃຫ້ແກ່ການດຳເນີນຮອບເຈລະຈາໃໝ່ຄັ້ງຕ່າງໆ ກ່ຽວກັບການປອດນີວເຄຼຍໃນແຫຼມເກົາຫຼີ ໂດຍຈີນ ເປັນປະທານ. ຖະແຫຼງການຢຸດບັນດາການເຄື່ອນໄຫວທົດລອງດ້ານ ນິວເຄຼີຍ ຊົ່ວຄາວຂອງ ສປປເກົາຫຼີ ກໍໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກປະຊາຄົມໂລກ.