Eurozone ອະນຸມັດຜ່ານ ບ້ວງເງິນອຸປະຖຳທີສອງໃຫ້ເກຼັກ
( ພາບປະກອບ )
|
( vovworld ) - ວັນທີ 12/3, ບັນດາລັດຖະມົນຕີການເງິນ Eurozone ໄດ້ອະນຸມັດຜ່ານບ້ວງເງິນອຸປະຖຳທີສອງໃຫ້ເກຼັກ ທີມີມູນຄ່າ 130 ຕື້ເອີໂລ. ນີ້ແມ່ນໝາກຜົນທີ່ບັນລຸໄດ້ຜ່ານການເຈລະຈາມາເປັນເວລາຫຼາຍມື້ລະຫວ່າງລັດຖະບານເກຼັກ ແລະ ເຈົ້າໜີ້ເພື່ອແນໃສ່ບັນລຸຂໍ້ຕົກລົງແລກປ່ຽນໜີ້ສິນ, ເຊິ່ງຕາມນັ້ນແລ້ວ ອາແທນ ຈະລົບລ້າງເກືອບ 100 ຕື້ເອີໂລໃນບ້ວງໜີ້ສິນປະມານ 350 ຕື້ເອີໂລ, ອັນໄດ້ຫຼຸດຜ່ອນໜີ້ສິນຂອງລັດຈາກລະດັບ 160% GDP ໃນປະຈຸບັນລົງເຫຼືອພຽງ 120% GDP ໃນປີ 2020. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ Brucxen ( ແບນຊິກ ), ທ່ານປະທານກຸ່ມບັນດາປະເທດນຳໃຊ້ເງິນເອີໂລ Jean Claude Juncker, ໃຫ້ຮູ້ວ່າ ຕາມຂໍ້ຕົກລົງບ້ວງເງິນອຸປະຖຳທີສອງແມ່ນການປະກອບຂອງບັນດາປະເທດ Eurozone ແລະ ກອງທຶນເງິນຕາສາກົນ. ວິວັດການປ່ອຍເງິນຈະແກ່ຍາວແຕ່ປີ 2012 ເຖິງ ປີ 2014 ໂດຍອິ່ງໃສ່ປະສິດທະຜົນຂອງໂຄງການປະຢັດຂອງເກຼັກ.