G20 ອອກຖະ​ແຫຼ​ງ​ການ ​ຮ່ວມກ່ຽວ​ກັບ​ຄວາມ ໝັ້ນຄົງ​ດ້ານ​ພະລັງງານ ​

 G20 ອອກຖະ​ແຫຼ​ງ​ການ ​ຮ່ວມກ່ຽວ​ກັບ​ຄວາມ ໝັ້ນຄົງ​ດ້ານ​ພະລັງງານ ​ - ảnh 1

(ພາບປະກອບ: finnaircargo.com)

(vovworld)- ​ ຄວາມໝັ້ນຄົງ​ດ້ານ​ພະລັງງານ​ຕ້ອງແມ່ນ​ບຸລິມະສິດຂອງກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ​ອັນ​ດັບ 1 ​ໃນ​ໂລກ (G20) ​ແລະ ຄວາມ​ມີສະຖຽນ​ລະ​ພາບ​ຂອງບັນດາ​ຕະຫຼາດ​ແມ່ນ​ປັດ​ໄຈ​ຕົ້ນຕໍ​ສຳລັບ​ການ​ເຕີບ​ໂຕ​ຂອງ​ກຸ່ມ. ນີ້​ແມ່ນ​ຄຳ​ຢືນຢັນ​ໄດ້​ຍົກ​ອອກ​ໃນ​ຖະ​ແຫຼ​ງການ​ຮ່ວມ​ຫຼັງ​ວາລະ​ອັດ​ກອງ​ປະຊຸມ​ຂັ້ນສູງ G20 ​ເມື່ອ​ວັນ​ທີ 16/11 ຊື່​ງ​ໄດ້ຈັດ​ຂຶ້ນຢູ່​ອົດ​ສະ​ຕາ​ລີ. ຖະ​ແຫຼ​ງການ​ຮ່ວມ​ເນັ້ນໜັກ​ເຖິງ​ສະຖຽນ​ລະ​ພາບ​ຍາວ​ນານ​ຂອງ​ບັນດາ​ຕະຫຼາດນ້ຳມັນ​ບໍ່​ທີ່​ຖືກ​ຮັບ​ຮູ້​ວ່າ​ແມ່ນ​ປັດ​ໄຈ​ຕົ້ນຕໍ​ເພື່ອ​ຮັບປະກັນ​ຜົນສຳ​ເລັດ​ຂອງ​ການ​ປະຕິ​ຮູບ​ຊື່​ງບັນດາ​ສະມາຊິກ G20 ​ໄດ້​ໃຫ້​ຄຳໝັ້ນສັນຍາ. ບັນດາ​ການ​ນຳ G20 ​ເຫັນ​ດີ​ເປັນ​ເອກະສັນ​ບຸລິມະສິດ​ເພີ່ມ​ທະວີ​ການ​ຮ່ວມມືດ້ານ​ພະລັງງານ ພ້ອມ​ທັງ​ຮຽກຮ້ອງ​​ດຳ​ເນີນ​ການ​ປະຊຸມ​ລັດຖະມົນຕີ​ກະຊວງ​ພະລັງງານ​ປະ​ເທດ​ຕ່າງໆ​ໃນ​ປີ 2015.

  ​ໃນ​ວັນ​ດຽວ​ກັນ, ກອງ​ປະຊຸມ G20 ກໍ່​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຊື່​ງ​ໃນ​ນັ້ນ​ໄດ້​ຊຸກຍູ້​ການ​ກະທຳ​ຢ່າງ​​ແຮງ​ ​ແລະ ມີ​ປະສິດທິຜົນ​ໃນ​ຂົງ​ເຂດ​ນີ້. ຖະ​ແຫຼ​ງການ​ຮ່ວມ​ໄດ້​ຢ້ຳຄືນ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ປະ​ເທດ G20 ​ເພື່ອ​ແນ​ໃສ່​ລະດົມ​ດ້ານ​ການ​ເງິນ​ໃຫ້​ແກ່​ບັນດາ​ໂຄງການ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຄື: ກອງ​ທຶນ​ອາກາດ​ຂຽວ​ຂອງ ສປຊ./.


ຂ່າວ/ບົດ​ອື່ນ