GDP ຂອງຫວຽດນາມ ໃນປີ 2012 ບັນລຸປະມານ 5,7%

GDP ຂອງຫວຽດນາມ ໃນປີ 2012 ບັນລຸປະມານ 5,7% - ảnh 1
ພາບປະກອບ:dantri.com


(vovworld)- ວັນ​ທີ 11/4 ຢູ່ ຮ່າ​ໂນ້ຍ, ທະນາຄານ​ພັດທະນາ ອາຊີ (ADB) ​      ໄດ້​ປະກາ​ດບົດ​ລາຍ​ງານ​​ກ່ຽວ​ກັບແງ່​ຫວັງ​​ແຫ່ງການ​ພັດທະນາ ອາຊີ ປີ 2012 ດ້ວຍ​ການ​ຄາດ​ຄະ​ເນ​ວ່າ ການ​ຈະ​ເລີ​ນ​ເຕີບ​ໂຕ GDP ຂອງ​ຫວຽດນາມ ​ໃນ​ປີ 2012 ຈະບັນລຸ​ລະດັບ 5,7%, ​ແມ່ນຕຳ່​ກວ່າ​ລະດັບ 6,3 - 6,5% ຂອງ​ປີ​ກ່າຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ADB ກໍ​ຖື​ວ່າ: ລະດັບການ​ຈະ​ເລີ​ນ​ເຕີບ​ໂຕ​ GDP ຂອງ​ຫວຽດນາມ ອາດ​ຟື້ນ​ຟູລະດັບ 6,2% ​ໃນ​ປີ 2013 ຍ້ອນ​ມີ​ການ​ປັບປຸງ​ແຫ​ງ່ຫວັງ​ແຫ່ງການ​ພັດທະນາ​ທົ່ວ​ໂລກ​ ສຳລັບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ ​ແລະ ຄວາມ​ສາ​ມາດ​ສືບ​ຕໍ່​ຜ່ອນ​ຄາຍນະ​ໂຍບາຍ​ເງິນຕາ​ໃນ​ປີ​ຈະ​ມາ​ເຖິງ. ​ແລະ​ກໍ​ຕາມ​ບົດ​ລາຍ​ງານ​ຂອງ ADB ​ແລ້ວ, ​ໄພ​ເງິນ​ເຟີ້​ສະ​ເລ່ຍຂອງ ຫວຽດນາມ ​ໃນ​ປີ 2012 ອາດ​ຈະ​ຫລຸດ​ລົງ​ໃນ​ລະດັບ 2 ຕົວ​ເລກ ດ້ວຍ​ເງື່ອນ​ໄຂ​ບັນດາ​ນະ​ໂຍບາຍ​ໄດ້​ຮັກສາ​ຢ່າງ​ພຽງພໍ ​ແລະ ​ແຫນ້ນ​ແຟ້ນ.

ຂ່າວ/ບົດ​ອື່ນ