ເຕົາປະຕິກອນນິວເຄຼຍຂອງ ອີຣານ
(ພາບ: AFP/TTXVN)
|
(vovworld) – ວັນທີ 4/7, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) Yukiya Amano ຖະແຫຼງຈັດຕັ້ງການສືບສວນເພື່ອແນໃສ່ເຮັດແຈ້ງເລື່ອງ ອີຣານ ໄດ້ຊອກຫາວິທີພັດທະນາບັນດາປະເພດອາວຸດນິວເຄຼຍ ຫຼືບໍ່, ອາດຈະປະຕິບັດສຳເລັດໃນທ້າຍປີ 2015 ດ້ວຍການໜູນຊ່ວຍຈາກຝ່າຍ ເຕເຮຣານ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນສະພາບການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງ ອີຣານ ພວມຖືກຈັດຕັ້ງຢູ່ ວຽນ (ປະເທດ ໂອຕຣິດ), ທ່ານ Amano ເນັ້ນໜັກຄວາມຄືບໜ້າທີ່ບັນລຸໄດ້ຖືກຕາມວິວັດການ, ແຕ່ຍັງມີຫຼາຍສີ່ງຕ້ອງເຮັດ. ດ້ວຍການຮ່ວມມືຂອງ ອີຣານ, IAEA ອາດສາມາດປະກາດບົດລາຍງານໃນທ້າຍປີ 2015 ກ່ຽວກັບເລື່ອງເຮັດແຈ້ງ “ບັນດາບັນຫາກ່ຽວຂ້ອງເຖິງບັນດາດ້ານການທະຫານ” ໃນໂຄງການນິວເຄຼຍຂອງ ເຕເຮຣານ. ຖະແຫຼງການດັ່ງກ່າວຂອງຫົວໜ້າອົງການ IAEA ອາດຈະສ້າງບາດກ້າວບຸກທະລຸສຳລັບບັນດາບັນຫາຫຍຸ້ງຍາກທີ່ສຸດທີ່ເຄີຍກີດຂວາງຂໍ້ຕົກລົງນິວເຄຼຍກັບບັນດາການນຳ ອີຣານ ພາຍຫຼັງດຳເນີນການເຈລະຈາເຄັ່ງຕຶງເປັນເວລາເກືອບ 2 ປີ.