IAEAມີຄວາມວິຕົກກັງວົນກ່ຽວກັບໂຄງການນິວເຄຼຍຂອງສປປ.ເກົາຫຼີ

IAEAມີຄວາມວິຕົກກັງວົນກ່ຽວກັບໂຄງການນິວເຄຼຍຂອງສປປ.ເກົາຫຼີ - ảnh 1
ທ່ານ Yukiya Amano, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA)
(ພາບ: AFP)

(vovworld) – ​ວັນ​ທີ 2/3, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ທ່ານ Yukiya Amano ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ ​ຕໍ່​ໂຄງ​ການ​ນິວ​ເຄຼຍ​ຂອງ ສ​ປ​ປ. ເກົາຫຼີ. ກ່າວ​ຄຳ​ເຫັນ​ຕໍ່​ຄະ​ນະ​ຜູ້ອ​ຳ​ນວຍ​ການ IAEA ຢູ່ Vienna (ປະ​ເທດ ໂອ​ຕ​ຣິດ), ທ່ານ Amano “ຮຽ​ກ​ຮ້ອງ ພຽງ​ຢ່າງ ປະ​ຕິ​ບັດ​ໜ້າ​ທີ່​ຕາມ​ບັນ​ດາ​ມະ​ຕິ​ກ່ຽວ​ຂ້ອງ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສປຊ ຢ່າງ​ຄົບ​ຖ້ວນ”. ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ ສ​ປ​ປ. ເກົາຫຼີ ຍິງ​ລູກ​ສອນ​ໄຟ​ໄລ​ຍະສັ້ນ ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ລູກ​ສອນ​ໄພ​ນຳ​ວິ​ຖີ Scud ລົງ​ເຂດ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ ປະ​ເທດນີ້​ໃນ​ຕອນ​ເຊົ້າ​ວັນ​ທີ 2/3 ແລະ ຖະ​ແຫຼງ​ວ່າຈະ​ໂຕ້​ຕອບ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ລະ​ຫວ່າງ ສ. ເກົາຫຼີ - ອາ​ເມ​ລິ​ກາ ໄລ​ຍະ​ມໍ່ໆ​ມານີ້.

        ບັນ​ດາ​ການ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ບັນ​ຫາ ນິວ​ເຄຼຍ ຂອງ ສ​ປ​ປ ເກົາ​ຫຼີ ເລີ່ມ​​ດຳ​ເນີນ​ຢູ່ ປັກ​ກິ່ງ, ປະ​ເທດ ຈີນ ໃນ​ເດືອນ 8/2003 ແຕ່​​ພັດຖືກ​ຢຸດ​ສະ​ງັ​ກ​ແຕ່​ເດືອນ 12/2008 ມາ​ຮອດ​ປະ​ຈຸ​ບັນ. ນັບ​ແຕ່ນັ້ນ​ມາ, ສ​ປ​ປ ເກົາຫຼ​ີ ໄດ້​ດຳ​ເນີນ ການ​ທົດ​ລອງ ນິວ​ເຄຼຍ 3 ຄັ້ງໃນ​ປີ 2006, 2009 ແລະ 2013 ເຮັດ​ໃຫ້​ໂລກ​ຕຳ​ນິ​ຕິ​ຕຽນ ແລະ ພາ​ໄປ​ເຖິງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ ອາ​ເມ​ລິ​ກາ ແລະ ສ​ປ​ຊ.


ຂ່າວ/ບົດ​ອື່ນ