ບັນດາມືປືນຂອງອົງການອ້າຍນ້ອງມຸດສະລີມ
ພາບ:vov.vn
|
(vovworld)- ອົງການຕຳຫລວດອາຍາສາກົນ(Interpol) ໄດ້ປະກາດຄຳສັ່ງໄລ່ຈັບ 42 ຄົນທີ່ກ່ຽວຂ້ອງເຖິງອົງການອ້າຍນ້ອງມຸດສະລີມ(MB), ໃນນັ້ນ ມີຜູ້ນຳຫນ້າພັນທະມິດນັກຮຽນຮູ້ອິດສະລາມສາກົນ Yusuf Al Qaradawi. ຂ່າວຄາວດັ່ງກ່າວໄດ້ອອກໃນຫນ້າເວັບໄຊຢ່າງເປັນທາງການຂອງ Interpol ໃຫ້ຮູ້ວ່າ: Qaradawi ຖືກໄລ່ຈັບ ຍ້ອນບັນດາຄຳກ່າວຜູກໂທດວ່າ: ໄດ້ເຫັນດີ, ຍຸແຍ່ ແລະ ຊ່ວຍເຫລືອການເຂັ່ນຂ້າໂດຍມີຈຸດປະສົງ, ຊ່ວຍບັນດານັກໂທດອອກຈາກຄຸກ, ມ້າງເພທຳລາຍ ແລະ ຂີ້ລັກ …”ໃນຂະນະນັ້ນ, Quatar ຜູ້ເຜີຍແຜ່ສາສະຫນາ Wagdy Ghoneim, ຜູ້ຖືກ ອາເມລິກາເນລະເທດເມື່ອປີ 2005 ແລະ ຖືກປະຕິເສດເຂົ້າເມືອງປະເທດເອີລົບຈຳນວນຫນຶ່ງ ກໍຖືກໄລ່ຈັບດ້ວຍຄຳກ່າວຜູກໂທດແມ່ນເຂົ້າຮ່ວມບັນດາເຫດໃຊ້ຄວາມຮຸນແຮງ, ເຂັ່ນຂ້າ, ລອບຈັບຕົວ, ທໍລະມານ ແລະ ນຳໃຊ້ປືນໂດຍບໍ່ມີຫນັງສືອະນຸຍາດ.