ພາບປະກອບ
(vovworld) – ວັນທີ 10/10, ບັນດາມືປືນ “ລັດອິດສະລາມ” (IS) ໂດຍຂະໜານນາມເອງ ໄດ້ປະຫານຊີວິດນັກຂ່າວ ອີຣັກ ຄົນໜຶ່ງ ແລະ ປະຊາຊົນ 12 ຄົນອື່ນ. ນັກຂ່າວຖືກປະຫານຊີວິດ ແມ່ນສັງເກດອົງການສື່ສານ Sama Salaheddin ຢູ່ແຂວງ Salaheddin, ພາກກາງ ອີຣັກ.
ແລະກໍ່ໃນວັນດຽວກັນ, ກຳລັງ IS ໄດ້ປະຫານຊີວິດ 9 ຄົນອື່ນຢູ່ທິດເໜືອ Tikrit ຍ້ອນຖືວ່າເຂົາເຈົ້າມີສ່ວນກ່ຽວຂ້ອງເຖິງກຳລັງທະຫານລາດຊາວ Sunni. ທີ່ເທດສະບານເມືອງ Az – Zad, ປະຊາຊົນ 6 ຄົນຖືກປະຫານຊີວິດຢູ່ຕະຫຼາດແຫ່ງໜຶ່ງ. ໃນຂະນະນັ້ນ, ຢູ່ Baiji, ຊາວໜຸ່ມ 3 ຄົນຖືກ IS ຕັດຫົວ.