(ພາບປະກອບຈາກ thethaovanhoa.vn)
|
(vovworld) – ວັນທີ 2/3, ກຸ່ມ “ລັດອິດສະລາມ” (IS) ອ້າງຊື່ເອງ ໄດ້ເຂັ່ນຂ້າພາລະກອນປ້ອງກັນຄວາມສະຫງົບກ່ວາ 30 ຄົນຢູ່ແຂວງ Anbar, ພາກຕາເວັນອອກ ອີຣັກ. ບັນດາຜູ້ຖືກເຂັ່ນຂ້າໄດ້ຮັບຖືວ່າແມ່ນຕຳຫຼວດທ້ອງຖິ່ນ ແລະ ສະມາຊິກຂອງກຸ່ມເຄິ່ງການທະຫານ Sahwa ທີ່ໄດ້ຮັບການໜູນຫຼັງຈາກລັດຖະບານ, ເຊິ່ງຖືກຈັບຕົວໃນການສູ້ຮົບກັບທະຫານກະບົດ IS ຢູ່ Jubba. ໃນເດືອນກ່ອນ, IS ໄດ້ເຂັ່ນຂ້ານັບສິບຄົນພາຍຫຼັງດຳເນີນການບຸກໂຈມຕີຄັ້ງໃຫຍ່ເຂົ້າ al – Baghdadi ແລະ ຖານທີ່ໝັ້ນກອງທັບ ອາກາດ Ain al – Asad, ບ່ອນທີ່ມີທະຫານເຮືອສູ້ຮົບທາງບົກ ອາເມລິກາ ນັບຮ້ອຍຄົນຕັ້ງທັບ. ອົງການ IS ໄດ້ຄວບຄຸມປະມານ 80% ເນື້ອທີດິນຂອງແຂວງ Anbar, ແຂວງໃຫຍ່ສຸດຂອງ ອີຣັກ ແລະ ພະຍາຍາມກ້າວໄປເຖິງ ແບດແດດ, ແຕ່ວ່າການບຸກໂຈມຕີໂຕ້ຕອບບາງຄັ້ງຂອງກຳລັງປ້ອງກັນຄວາມສະຫງົບ ແລະ ບັນດາກຸ່ມປະກອບອາວຸດນິກາຍ Shiite ໄດ້ຍູ້ໃຫ້ພວກມັນຖອຍໄປ.