(vovworld) - ວັນທີ 9/10, ທ່ານເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເຫນືອ (NATO) Anders Fogh Rasmussen ໄດ້ຖະແຫຼງວ່າສຳພັນທະມິດທະຫານນີ້ ໄດ້ກຽມພ້ອມມາດຕະການປົກປັກຮັກສາປະເທດສະມາຊິກ ຕວກກີ ຕໍ່ໜ້າການປຸກໂຈມຕີຈາກຊີຣີ ໃນບັນດາກໍລະນີຈຳເປັນ. ກ່າວຄຳເຫັນກັບວົງການນັກຂ່າວກ່ອນຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດ NATO ຢູ່ ບຮຸກແຊນ, ປະເທດແບນຊິກ, ທ່ານ Rasmussen ໄດ້ຢືນຢັນວ່າ “NATO ໄດ້ມີແຜນການທີ່ຈຳເປັນເພື່ອປົກປ້ອງ ແລະ ປົກປັກຮັກສາຕວກກີ ເມື່ອຈຳເປັນ”, ພ້ອມທັງກ່າວເຕືອນບັນດາຜົນສະທ້ອນທີ່ຮ້າຍແຮງຂອງສະພາບເຄັ່ງຕຶງຢູ່ເສັ້ນຊາຍແດນລະຫວ່າງຊີຣີ ແລະ ຕວກກີ ໃນປະຈຸບັນ. ແຕ່ທ່ານກໍສະແດງຄວາມຫວັງວ່າ ສອງຝ່າຍຈະມານະພະຍາຍາມຄວບຄຸມເພື່ອຫຼີກລ້ຽງບໍ່ໃຫ້ສະພາບການມີຄວາມເຄັ່ງຕຶງຍິ່ງຂຶ້ນ.