ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດ ຫວຽດນາມ
ພາບ:baodatviet
|
(vovworld)- ສະຖານທູດຫວຽດນາມ ປະຈຳ ອາເມລິກາ ພ້ອມກັບສະຖານທູດບັນດາປະເທດຄື: ການາດາ, ເປຣູ, ຍີ່ປຸ່ນ ປະຈຳ ອາເມລິກາ ໄດ້ເຂົ້າຮ່ວມການປຶກສາຫາລື ດ້ວຍຫົວຂໍ້: “ສິ່ງທ້າທາຍ ແລະ ກາລະໂອກາດໃຫ້ບັນດາປະເທດ ເຂົ້າຮ່ວມ TPP” ຊື່ງດຳເນີນຢູ່ ວໍຊິງຕັນ DC ສະຫະລັດ ອາເມລິກາ. ທີ່ການປຶກສາຫາລື ບັນດາທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງຫນ້າ 4 ປະເທດ ສະມາຊິກ TPP ໄດ້ແບ່ງປັນຄວາມຮັບຮູ້ຂອງຫາງສຽງຂອງແຕ່ລະປະເທດສຳລັບ TPP, ບັນດາສິ່ງທ້າທາຍຈະມາເຖິງໃນວິວັດການລົງນາມ, ໃຫ້ສັດຕະຍາບັນ ແລະ ປະຕິບັດ TPPຂອງແຕ່ລະປະເທດ. ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດ ຫວຽດນາມ ແບ່ງປັນຄວາມເປັນຫ່ວງຂອງຫວຽດນາມເມື່ອເຂົ້າຮ່ວມວິວັດການເຈລະຈາ TPP ພ້ອມທັງໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕັ້ງຫນ້າເຂົ້າຮ່ວມການເຈລະຈາ ແລະ ຕັດສິນໃຈຊຸກຍູ້ການໃຫ້ສັດຕະຍາບັນ, ຜັນຂະຫຍາຍ TPP ຕາມຄຳໝັ້ນສັນຍາ. ຕາມທ່ານ ຟ້າມກວາງວີງ ແລ້ວ, TPP ມີຄວາມໝາຍສຳຄັນ ນັບທັງດ້ານເສດຖະກິດ ແລະ ຍຸກທະສາດສຳລັບຫວຽດນາມ ແລະ ບັນດາປະເທດສະມາຊິກອື່ນ. ຫວຽດນາມ ປາດຖະຫນາຢາກໄດ້ຮັບການຫນູນຊ່ວຍດ້ານເຕັກນິກຈາກບັນດາປະເທດສະມາຊິກອື່ນໃນການຫັນປ່ຽນເພື່ອຮັບມືກັບ TPP.