UAE ຮັບ​ຮອງ​ເອົາ​ເລື່ອງ​ສ້າງ​ຕັ້ງ​ສະ​ຖານ​ທດ ​ປະ​ຈຳ ອິດ​ສະ​ຣາ​ແອັນ

(VOVWORLD) -ວັນທີ 24 ມັງກອນ, ລັດຖະບານ ສະຫະລັດ ອາຣັບເອມມີເລດ (UAE) ໄດ້ຮັບຮອງເອົາການສ້າງຕັ້ງສະຖານທູດ UAE ຢູ່ Tel Aviv, ອິດສະຣາແອັນ. ປັດຈຸບັນ, ຍັງບໍ່ມີຂໍ້ມູນລະອຽດກ່ຽວກັບສະຖານທູດ UAE ປະຈຳ ອິດສະຣາແອັນ.

ໃນຂະນະນັ້ນ, ແຈ້ງການຈາກກະຊວງການຕ່າງປະເທດ ອິດສະຣາແອັນ ຊີ້ແຈ້ງວ່າ ສະຖານທູດ ອິດສະຣາແອັນ ປະຈຳ Abu Dahhi ໄດ້ເປີດປະຕູຢ່າງເປັນທາງການໃນວັນທີ 24 ມັງກອນ. ກະຊວງການຕ່າງປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ ໃນສະເພາະໜ້າ, ສະຖານທູດຈະສັບຊ້ອນປຽບເໝືອນຫ້ອງການເຮັດວຽກຊົ່ວຄາວໃນໄລຍະກະກຽມສ້າງຕັ້ງສຳນັກງານສະຖານທູດໃນໄລຍະຍາວ. ອິດສະຣາແອັນ  ກໍບົ່ງຕົວອະດີດນັກທູດ Eitan Naeh ເປັນຜູ້ນຳໜ້າຄະນະນັກການທູດຂອງ ອິດສະຣາແອັນ ປະຈຳ UAE.

UAE ແມ່ນປະເທດທຳອິດໃນ 4 ປະເທດ ອາຣັບ ທີ່ສ້າງຕັ້ງ ແລະ ເຊື່ອມຕໍ່ການພົວພັນການຕ່າງປະເທດກັບ ອິດສະຣາແອັນ ຕາມຂໍ້ຕົກລົງຫຼາຍສະບັບ ໂດຍ ອາເມລິກາ ເປັນຄົນກາງ. ກ່ອນໜ້ານັ້ນ, ສອງປະເທດກໍເປີດສາຍການບິນໂດຍກົງ ແລະ ແລກປ່ຽນຄະນະຜູ້ແທນການຄ້າຫຼາຍຄະນະ.


ຕອບກັບ

ຂ່າວ/ບົດ​ອື່ນ