UNWTO: ຂະແໜງທ່ອງທ່ຽວໂລກປີ 2021 ເບິ່ງຄືວ່າບໍ່ໄດ້ມີການປົວແປງເມື່ອທຽບໃສ່ປີ 2020

(VOVWORLD) -ລະດັບຄວາມໄວໃນການຟື້ນຟູ (ຂອງຂະແໜງທ່ອງທ່ຽວ) ຍັງຊັກຊ້າ ແລະ ບໍ່ສະເໝີກັນຢູ່ພາກພື້ນຕ່າງໆໃນໂລກ ຍ້ອນລະດັບມາດຕະການຈຳກັດການໄປມາ, ອັດຕາສັກວັກຊິນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງນັກທ່ອງທ່ຽວມີຄວາມແຕກຕ່າງກັນ
UNWTO: ຂະແໜງທ່ອງທ່ຽວໂລກປີ 2021 ເບິ່ງຄືວ່າບໍ່ໄດ້ມີການປົວແປງເມື່ອທຽບໃສ່ປີ 2020 - ảnh 1ຂະແໜງທ່ອງທ່ຽວໂລກໃນປີ 2021 ເບິ່ງຄືວ່າບໍ່ໄດ້ມີການປົວແປງເມື່ອທຽບໃສ່ປີ 2020
(ພາບ: THX/TTXVN)

ວັນທີ 18 ມັງກອນ, ອົງການທ່ອງທ່ຽວໂລກ ຂຶ້ນກັບສະຫະຊາຊາດ (UNWTO) ປະກາດບົດລາຍງານໂດຍໃຫ້ຮູ້ວ່າ, ຂະແໜງທ່ອງທ່ຽວໂລກໃນປີ 2021 ເບິ່ງຄືວ່າບໍ່ໄດ້ມີການປົວແປງເມື່ອທຽບໃສ່ປີ 2020, ຍ້ອນວ່າທຸກດັດຊະນີລ້ວນແຕ່ຢູ່ໃນລະດັບຕ່ຳເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດໂຄວິດ-19. ບົດລາຍງານຂອງ UNWTO ຊີ້ແຈ້ງວ່າ: “ລະດັບຄວາມໄວໃນການຟື້ນຟູ (ຂອງຂະແໜງທ່ອງທ່ຽວ) ຍັງຊັກຊ້າ ແລະ ບໍ່ສະເໝີກັນຢູ່ພາກພື້ນຕ່າງໆໃນໂລກ ຍ້ອນລະດັບມາດຕະການຈຳກັດການໄປມາ, ອັດຕາສັກວັກຊິນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງນັກທ່ອງທ່ຽວມີຄວາມແຕກຕ່າງກັນ”.

        ບົດລາຍງານໃຫ້ຮູ້ວ່າໃນປີ 2021, ລາຍຮັບໂດຍກົງຂອງຂະແໜງທ່ອງທ່ຽວໂລກໃນປີ 2021 ໄດ້ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2020 ຂຶ້ນເປັນ 1.900 ຕື້ USD ຍ້ອນນັກທ່ອງທ່ຽວແຕ່ລະຄົນມີລາຍຈ່າຍຫຼາຍກວ່າ ແລະ ເວລາໃນການໄປທ່ອງທ່ຽວແມ່ນຫຼາຍກວ່າເມື່ອທຽບໃສ່ປີ 2021. ເຖິງຢ່າງໃດກໍ່ຕາມ, ລາຍຮັບຂອງຂະແໜງນີ້ເບິ່ງຄືວ່າ ບໍ່ກາຍເຄິ່ງໜຶ່ງຂອງລາຍຮັບໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ