VOV ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານໂຄສະນາຂອງລາວ

(VOVWORLD) - ທ່ານນາງ ສວນສະຫວັນ ວິຍະເກດ ສະເໜີໃຫ້ VOV ສືບຕໍ່ຈັດຕັ້ງຊຸດບຳລຸງສ້າງຢູ່ກັບທີ່ ຫຼື ບຳລຸງສ້າງຢູ່ ຫວຽດນາມ ກ່ຽວກັບວິຊາສະເພາະເຕັກນິກໃຫ້ພາລະກອນ, ພະນັກງານເຕັກນິກຂອງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ບັນດາສະຖານີວິທະຍຸທ້ອງຖິ່ນຕ່າງໆຂອງລາວ...
VOV ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານໂຄສະນາຂອງລາວ - ảnh 1ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວລາວ  ໃຫ້ການຕ້ອນຮັບຄະນະຜູ້ແທນ VOV

ຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ແຕ່ວັນທີ 28 – 30 ກໍລະກົດ, ຄະນະຜູ້ແທນວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ VOV ນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວລາວ ແລະ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວລາວ.

        ທີ່ການຕ້ອນຮັບ, ທ່ານນາງ ສວນສະຫວັນ ວິຍະເກດ ສະເໜີໃຫ້ VOV ສືບຕໍ່ຈັດຕັ້ງຊຸດບຳລຸງສ້າງຢູ່ກັບທີ່ ຫຼື ບຳລຸງສ້າງຢູ່ ຫວຽດນາມ ກ່ຽວກັບວິຊາສະເພາະເຕັກນິກໃຫ້ພາລະກອນ, ພະນັກງານເຕັກນິກຂອງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ບັນດາສະຖານີວິທະຍຸທ້ອງຖິ່ນຕ່າງໆຂອງລາວ ເພື່ອສາມາດນຳໃຊ້ອຸປະກອນ, ເຄື່ອງຈັກທັນສະໄໝ ທີ່ VOV ໜູນຊ່ວຍໃຫ້ລາວໄດ້ຢ່າງໄດ້ການໄດ້ງານ; ທ່ານນາງຫວັງວ່າ, VOV ຈະສືບຕໍ່ຊ່ວຍລາວຜັນຂະຫຍາຍການສ້າງສະຖານີວິທະຍຸ - ໂທລະພາບ, ເພື່ອແນໃສ່ເພີ່ມລະດັບການກະຈາຍຄື້ຶ້ນໄປຮອດເຂດຊາຍແດນ, ເຂດຫ່າງໄກສອກຫຼີກ, ເພື່ອໃຫ້ປະຊາຊົນລາວໄດ້ສຳຜັດກັບຂໍ້ມູນຂ່າວສານໄວ ແລະ ຊັດເຈນທີ່ສຸດ.

        ສ່ວນທ່ານ ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ VOV ກໍ່ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, VOV ຈະຈັດຕັ້ງຊຸດບຳລຸງສ້າງ ແລະ ສົ່ງນັກຊ່ຽວຊານ, ວິສາວະກອນມາຊ່ວຍລາວ, ພ້ອມທັງສະແດງຄວາມຫວັງວ່າ, ນອກຈາກໂຄງການທີ່ມີຢູ່ໃນປະຈຸບັນແລ້ວ, ໃນໄລຍະຈະມາເຖິງ, ຈະສືບຕໍ່ມີຫຼາຍໂຄງການຮ່ວມມືອື່ນອີກ.

        ກ່ອນໜ້ານັ້ນ, ທ່ານ ຫວູຫາຍກວາງ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ໂພສີ ແກ້ວມະນີວົງ, ອະດີດຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ ໄດ້ຮັບການແຕ່ງຕັ້ງເປັນຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວລາວ; ສະແດງຄວາມຊົມເຊີຍຕໍ່ທ່ານ ສຸວັນ ວິໄລແສງ ທີ່ໄດ້ຮັບແຕ່ງຕັ້ງເປັນຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ