WBປະກາດບົດລາຍງານສະພາບການເສດຖະກິດຫວຽດນາມເຕີບໂຕຍ້ອນການສົ່ງອອກບັນລຸຜົນງານດີ
WB ຄາດຄະເນວ່າ ປີ 2016 ການເຕີບໂຕເສດຖະກິດຂອງຫວຽດນາມ
ຈະຫລຸດລົງຢູ່ໃນລະດັບ 6,5%
Ảnh: TTXVN )
|
(vovworld)- ວັນທີ 11/4, ທະນາຄານໂລກ (WB) ປະກາດບົດລາຍງານອັບເດັດສະພາບການເສດຖະກິດພາກພື້ນ ອາຊີຕາເວັນອອກ ປາຊີຟີກ, ເຊື່ອມຕໍ່ຜ່ານທາງໂທລະພາບກັບຫວຽດນາມ. ອັບເດັດການຜັນແປຫວ່າງມໍ່ໆມານີ້ກ່ຽວກັບສະພາບການເສດຖະກິດພາກພື້ນ ອາຊີ ປາຊີຟີກ, ໃນນັ້ນ ມີຫວຽດນາມ. ບົດລາຍງານໃຫ້ຮູ້ວ່າ: ພື້ນຖານເສດຖະກິດຫວຽດນາມ ໄດ້ຜ່ານຜ່າການຜັນແປຂອງທົ່ວໂລກ ຍ້ອນຄວາມຕ້ອງການໃຊ້ສອຍພາຍໃນປະເທດເພີ່ມຂຶ້ນ ແລະ ມູນຄ່າການສົ່ງອກບັນລຸຜົນງານດີ. ພາຍຫລັງໄລຍະຊຸດໂຊມປີ 2012 ແລະ 2013, ພື້ນຖານເສດຖະກິດເຕີບໂຕຄືນໃຫມ່, ບັນລຸລະດັບ 6% ໃນປີ 2014 ແລະ ສືບຕໍ່ເພີ່ມຂຶ້ນລະດັບ 6,7% ໃນປີ 2015. ເມື່ອຕີລາຄາກ່ຽວກັບສະພາບການເສດຖະກິດຫວຽດນາມ ໃນໄລຍະຈະມາເຖິງ, ບົດລາຍງານໄດ້ຄາດຄະເນວ່າ ປີ 2016 ການເຕີບໂຕຈະຫລຸດລົງຢູ່ໃນລະດັບ 6,5%. ຕາມບົດລາຍງານ ສະພາບການເສດຖະກິດພາກພື້ນ ອາຊີຕາເວັນອອກ ປາຊີຟີກແລ້ວ, ການເຕີບໂຕຄາດວ່າຈະຫລຸດລົງແຕ່ 6,5% ໃນປີ 2016 ລົງເຫລືອພຽງ 6,2% ໄລຍະ2017-2018.