WTO ຫລຸດລະດັບຄາດຄະເນກ່ຽວກັບ ການເຕີບໂຕດ້ານການຄ້າທົ່ວໂລກປີ 2013
(ພາບປະກອບ)
(vovworld) - ວັນທີ 10/04, ອົງການການຄ້າໂລກ (WTO) ໃຫ້ຮູ້ວ່າ ເສດຖະກິດມືດມົວທີ່ແກ່ຍາວຢູ່ເອີລົບ ແມ່ນເຫດຜົນເຊິ່ງເຮັດໃຫ້ອົງການນີ້ຫລຸດຜ່ອນລະດັບຄາດຄະເນກ່ຽວກັບການເຕີບໂຕດ້ານການຄ້າທົ່ວໂລກປີ 2013 ນີ້ ລົງ 3,3% ເມື່ອທຽບໃສ່ຕົວເລກ 4,5% ທີ່ຍົກອອກມາກ່ອນນັ້ນ. ນີ້ແມ່ນຄັ້ງທີ 2 ທີ່ WTO ຫລຸດລະດັບຄາດຄະເນກ່ຽວກັບການເຕີບໂຕກ່ຽວກັບການຄ້າໂລກໃນປີນີ້, ຈາກລະດັບ 5,6% ໃນຄັ້ງທຳອິດ. WTO ຖືວ່າ ລະດັບການຟື້ນຕົວເສດຖະກິດຢູ່ອາເມລິກາ ໃນປີ 2013 ພຽງທົດແທນຄວາມອອນດ້ອຍໄດ້ສ່ວນໃດສ່ວນໜຶ່ງໃນສະຫະພາບເອີລົບ (EU), ພາກພື້ນໄດ້ຮັບການຄາດຄະເນມີລະດັບເຕີບໂຕ 0%, ຫລື ຕໍ່າກວ່າ 0% ໃນປີ 2013 ນີ້. ຕາມ WTO ແລ້ວ, ການຄ້າທົ່ວໂລກປີ 2012 ເພີ່ມຂຶ້ນພຽງ 2,0% ເມື່ອທຽບກັບປີ 2011, ໃນນັ້ນ, ໃຈຂະນະທີ່ອັດຕາເຕີບໂຕໃນປີ 2011 ບັນລຸລະດັບ 5,2%. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ເສດຖະກິດທີ່ມືດມົວຢູ່ບັນດາປະເທດພັດທະນາ ເພາະຕາມການຄາດຄະເນໃນເບື້ອງຕົ້ນຂອງ WTO ໃຫ້ປີ 2012 ແມ່ນ 3,7%.