ນຳໃຊ້ອົງປະກອບປະຊາກອນຄຳເພື່ອພັດທະນາປະເທດຊາດ

(VOVWORLD) -ຫວຽດນາມໄດ້ກ້າວເຂົ້າສູ່ໄລຍະປະຊາກອນຄຳຢ່າງເປັນທາງການນັບແຕ່ປີ 2006 ເປັນຕົ້ນມາ ດ້ວຍຈຳນວນປະຊາກອນຢູ່ໃນເກັ່ນອາຍຸອອກແຮງງານ ແມ່ນ 54 ລ້ານຄົນ ໃນນັ້ນສ່ວນຫຼາຍແມ່ນແຮງງານໜຸ່ມ, ອັນໄດ້ສ້າງພື້ນຖານເພື່ອປະຕິບັດພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝຢ່າງສຳເລັດຜົນ

ໃນທ່າອຽງການປະຕິວັດ 4.0 ໃກ້ຈະມາຮອດ, ຫວຽດນາມພວມວາງອອກບັນດານະໂຍບາຍທີ່ສອດຄ່ອງເພື່ອນຳໃຊ້ບັນດາໂອກາດທາງດ້ານປະຊາກອນເພື່ອຊຸກຍູ້ການພັດທະນາປະເທດຊາດ. 

ນຳໃຊ້ອົງປະກອບປະຊາກອນຄຳເພື່ອພັດທະນາປະເທດຊາດ - ảnh 1ພາບປະກອບ

      ບັນດາການຄົ້ນຄ້ວາເມື່ອບໍ່ດົນມານີ້ ໄດ້ໃຫ້ເຫັນວ່າ ໄລຍະປະຊາກອນຄຳໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງການພັດທະນາປະເທດຊາດໃນທຸກດ້ານເຊັ່ນ: ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ…ຊຶ່ງຈະແກ່ຍາວປະມານ 20 ປີອີກ. ຖ້າຫາກວ່າ ຫວຽດນາມນຳໃຊ້ແຫຼ່ງຊັບພະຍາກອນມະນຸດຢ່າງຫຼວງຫຼາຍນີ້ຢ່າງມີປະສິດທິຜົນນັ້ນ, ຈະສາມາດສ້າງບັນດາບາດກ້າວບຸກທະລຸໃນທຸກຂົງເຂດ. ແຕ່ຫວຽດນາມພວມປະສົບກັບສິ່ງທ້າທາຍເມື່ອຈຳນວນແຮງງານສ່ວນຫຼາຍມີວິຊາຊີບຢູ່ໃນລະດັບຕ່ຳ, ອັດຕາແຮງງານຜ່ານການບຳລຸງສ້າງບັນລຸພຽງກວ່າ 20% ໃນຍອດຈຳນວນແຮງງານພວມເຮັດວຽກໃນພື້ນຖານເສດຖະກິດ. ບໍ່ພຽງແຕ່ມີລະດັບຕ່ຳທາງດ້ານວິຊາສະເພາະເທົ່ານັ້ນ, ແຮງງານຫວຽດນາມຍັງອ່ອນແອທາງດ້ານທັກສະການແກ້ໄຂບັນຫາ, ທັກສະເຮັດວຽກເປັນກຸ່ມ. ນີ້ແມ່ນສິ່ງທ້າທາຍບໍ່ໜ້ອຍສຳລັບພື້ນຖານອຸດສາຫະກຳຫວຽດນາມເວົ້າສະເພາະ ແລະ ນັບທັງພື້ນຖານເສດຖະກິດຫວຽດນາມເວົ້າລວມ ຂະນະທີ່ຜົນກະທົບຈາກວິທະຍາສາດເຕັກໂນໂລຢີນັບມື້ນັບແຂງແຮງ ຊຶ່ງພົ້ນເດັ່ນຂຶ້ນແມ່ນການປະຕິວັດ 4.0. ບັນດາວິສາຫະກິດຈະນຳໃຊ້ຫຸ່ນຍົນເພື່ອຄ່ອຍໆທົດແທນມະນຸດ. ທ້າວດັ້ງວັນຮຸງ ກຳມະກອນເຮັກວຽກຢູ່ເຂດອຸດສາຫະກຳທັງລອງ (ຮ່າໂນ້ຍ) ແບ່ງປັນວ່າ : 

   “ ເລື່ອງນຳຫຸ່ນຍົນເຂົ້າເຮັດວຽກຢູ່ວິສາຫະກິດ ຈະສົ່ງຜົນສະທ້ອນເຖິງວຽກເຮັດງານທຳຂອງມະນຸດ. ນ້ອງມີຄວາມເປັນຫ່ວງຫຼາຍຕໍ່ວຽກເຮັດງານທຳຂອງຕົນ, ເພາະວ່າ ດ້ວຍສີມືແຮງງານຂອງຕົນນັ້ນ, ການຊອກຫາ ວຽກເຮັດງານທຳໃຫ້ແກ່ຕົນເອງ ກໍເປັນການຍາກ ”

    ການປະຕິວັດ 4.0 ບໍ່ພຽງແຕ່ນາບຂູ່ຕໍ່ວຽກເຮັດງານທຳຂອງແຮງງານທີ່ມີລະດັບວິຊາຊີບຕ່ຳເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນເຖິງແຮງງານທີ່ມີທັກສະລະດັບປານກາງອີກດ້ວຍ. ແຮງງານຫວຽດນາມນັບໝື່ນຄົນ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກວ່າງງານເຖິງແມ່ນວ່າ ຍັງບໍ່ທັນອາຍຸພັກກິນເບ້ຍບຳນານກໍຕາມ. ຖ້າຫາກວ່າ ບໍ່ມີວິທີການແກ້ໄຂໂດຍໄວນັ້ນ, ຫວຽດນາມບໍ່ພຽງແຕ່ຖືກຖອຍຫຼັງເທົ່ານັ້ນ, ຫາກຍັງຕ້ອງປະເຊີນໜ້າຕໍ່ການແບກຫາບນະໂຍບາຍຮັບປະກັນຊີວິດສັງຄົມ, ເປັນຕົ້ນແມ່ນໃນຂະນະທີ່ໂລກພວມຫັນໄປສູ່ໄລຍະພັດທະນາໂດຍອີງໃສ່ເຕັກໂນໂລຢີ, ການປະດິດຄິດສ້າງ 4.0. ທ່ານນາງ ຝ້າມຈີລານ ຜູ້ຊ່ຽວຊານດ້ານເສດຖະກິດ ແບ່ງປັນວ່າ : 

    “ ປະຈຸບັນ, ພວກເຮົາບໍ່ຄວນອີງໃສ່ດ້ານແຮງງານລາຄາຖືກອີກແລ້ວ, ຊ້ຳບໍໜຳ ນັບທັງສິນຄ້າລາຄາຕ່ຳ ກໍບໍ່ແທດເໝາະອີກແລ້ວ. ດັ່ງນັ້ນ ຕ້ອງປ່ຽນແປງແມ່ນຈຳເປັນ ແລະ ນີ້ແມ່ນຄຳກ່າວເຕືອນເພື່ອໃຫ້ພວກເຮົາຕ້ອງປະຕິບັດ ”

    ຕໍ່ໜ້າຜົນກະທົບຈາກການປະຕິວັດອຸດສາຫະກຳ 4.0, ທ່າໄດ້ປຽບຈາກແຫຼ່ງຊັບພະຍາກອນມະນຸດຄຳໃນປະຈຸບັນ ກໍອາດຈະກາຍເປັນສິ່ງກີດຂວາງຂອງວິວັດການພັດທະນາໃນອະນາຄົດ. ທ່ານ ວູ້ກວາງເຖາະ ຫົວໜ້າສະຖາບັນກຳມະກອນກຳມະບານ, ສະຫະພັນໃຫຍ່ແຮງງານຫວຽດນາມຖືວ່າ ເພື່ອເສີມຂະຫຍາຍທ່າໄດ້ປຽບຂອງກຳລັງແຮງງານໜຸ່ມນັ້ນ, ບໍ່ມີວິທີໃດນອກເໜືອຈາກເລື່ອງຕ້ອງປະຕິຮູບ, ປ່ຽນແປງນັບແຕ່ຂອດບຳລຸງສ້າງ. ທ່ານ ວູ້ກວາງເຖາະ ຫົວໜ້າສະຖາບັນກຳມະກອນກຳມະບານ, ສະຫະພັນໃຫຍ່ແຮງງານຫວຽດນາມ ເວົ້າວ່າ :

     “ ວຽກງານທີ່ຕ້ອງເຮັດສຳລັບຜູ້ອອກແຮງງານໃນປະຈຸບັນ ແມ່ນຕ້ອງສະສົມຄວາມຊຳນານງານດ້ານສີມືການຊ່າງ ຫຼືຊອກຫາອາຊີບໃດໜຶ່ງໃຫ້ເໝາະສົມກັບວຽກງານທີ່ເຮົາພວມເຮັດ ຫຼືວຽກງານໃນໄລຍະທີ່ຈະມາເຖິງ ເພື່ອສາມາດແກ່ຍາວໄດ້ໄລຍະອອກແຮງງານ. ທີ່ 2 ແມ່ນລະບົບໜູນຊ່ວຍສັງຄົມ, ຕ້ອງເຄື່ອນໄຫວເປັນຢ່າງດີກ່ວາ ແລະ ມີປະສິດທິຜົນກ່ວາ, ເປັນຕົ້ນແມ່ນການປະກັນສັງຄົມ, ປະກັນການວ່າງງານ. ເພື່ອໃນເວລາທີ່ເຂົາເຈົ້າຖືກວ່າງງານ, ເຂົາເຈົ້າສາມາດໄປຮຽນວິຊາຊີບ ເພື່ອຫາເງິນລ້ຽງຊີບ, ຖ້າບໍ່ດັ່ງນັ້ນ, ການແບກຫາບຂອງສັງຄົມນັບມື້ນັບໜັກໜ່ວງຫຼາຍຂຶ້ນ. ພວກເຮົາຕ້ອງປະຕິບັດໃນທັນທີ່ ເພື່ອໃຫ້ຜູ້ອອກແຮງງານສາມາດປັບຕົວໃຫ້ແທດເໝາະກັບສະພາບການປ່ຽນແປງຂອງຕະຫຼາດແຮງງານ ”

     ໃນຕົວຈິງ, ຢູ່ໃນໄລຍະອົງປະກອບປະຊາກອນຄຳ, ເມື່ອນຳໃຊ້ພູມປັນຍາ, ກຳລັງແຮງງານໜຸ່ມໃນລະດັບສູງສຸດນັ້ນ, ກໍສາມາດສ້າງໃຫ້ມີແຫຼ່ງວັດຖຸສິ່ງຂອງຢ່າງມະຫາສານ, ເປັນການສະສົມໃຫ້ແກ່ອະນາຄົດ ກໍຈະສາມາດຮັບປະກັນຊີວິດສັງຄົມເມື່ອປະເທດຊາດກ້າວເຂົ້າສູ່ໄລຍະທີ່ອັດຕາປະຊາກອນໃນເກັ່ນອາຍຸສູງກວມສ່ວນຫຼາຍ. ໃນປະຈຸບັນ, ຫວຽດນາມພວມມີບັນດາບາດກ້າວເດີນເພື່ອແນໃສ່ເສີມຂະຫຍາຍຜົນປະໂຫຍດຂອງໄລຍະປະຊາກອນຄຳໃນລະດັບສູງສຸດ, ຊຸກຍູ້ການກຳນົດທິດດ້ານວຽກເຮັດງານທຳ ແລະ ສ້າງວຽກເຮັດງານທຳທີ່ມີຄຸນນະພາບ ແລະ ສະມັດຕະພາບສູງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ