ການປະຊຸມກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ.

ການປະຊຸມກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ. - ảnh 1

ກົດໝາຍ ​ຫວຽດນາມ ພິຈາ​ນະລາ​ໂທດ​ຄ້າ​ມະນຸດ​ຢ່າງ​ເຂັ້ມງວດ

(ພາບ: tintuc.vnn.vn)

( vovworld ) – ວັນ​ທີ 14/2, ຢູ່ ຮ່າ​ໂນ້ຍ, ​ໄດ້​ຈັດ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ​ຄັ້ງທີ 8  (SOM 8) ​ແລະ ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ຄັ້ງທີ 3 (IMM 3) ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ. ກອງ​ປະຊຸມ​ສອງ​ຄັ້ງນີ້ມີ​ຫົວ​ຂໍ້​ດຽວຄື: “ຮ່ວມ​ແຮງ​ຮ່ວມ​ໃຈ​ຢ່າງໝັ້ນຄົງ“. ກອງ​ປະຊຸມ SOM 8 ຈະສຸມ​ໃສ່​ບັນດາ​ເນື້ອ​ໃນ​ຄື: ຕີ​ລາຄາໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ປະຕິບັດ​ແຜນການ​ດຳ​ເນີນ​ງານອະນຸ​ພາກ​ພື້ນ​ແມ່ນ້ຳຂອງກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ​ໄລຍະ 2 (2008-2010) ​ແລະ ປຶກສາ​ຫາລື, ປະຕິບັດສຳ​ເລັດ​ແຜນການ​ໄລຍະ 3 (2012-2013), ​ໃນ​ນັ້ນ, ປີ 2012 ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ. ກອງ​ປະຊຸມ IMM 3 ຈະ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມືປະຕິບັດ​ແຜນການ​ດຳ​ເນີນ​ງານອະນຸ​ພາກ​ພື້ນ​ແມ່ນ້ຳຂອງກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະນຸດ​ໄລຍະ 2 (2008-2012) ​ແລະ​ຮັບຮອງ​ເອົາ​ແຜນການ​ໄລຍະ 3 (2012-2013); ຮອງ​ຮອງ​ເອົາ ​ແລະ​ລົ​ງນາມ​ໃນ​ຖະ​ແຫຼ​ງການ​ຮ່ວມຂອງບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງກ່ຽວ​ກັບບັນຫາ​ນີ້.

 


ຂ່າວ/ບົດ​ອື່ນ