ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ຂອງ ສະມາພັນນັກຫນັງສືພິມແຫ່ງປະເທດໄທ

ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ຂອງ ສະມາພັນນັກຫນັງສືພິມແຫ່ງປະເທດໄທ - ảnh 1
ສະມາຊິກໃນຄະນະນັກຫນັງສືພິມໄທ ນຸ່ງຊຸດຂອງຊາວເຜົ່າມົ້ງ
ພາບ: ມີນຫງວຽນ vovworld

“ເມື່ອ​ມາ​ຢ້ຽມຢາມ ຫວຽດນາມ, ສິ່ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ນັ້ນ​ແມ່ນ ການ​ຕ້ອນຮັບ​ຢ່າງ​ສະ​ຫນິດ​ສະໜົມ​ຈາກ​ເພື່ອນ​ມິດ​ຫວຽດນາມ. ນັບ​ແຕ່​ເມື່ອ​ມາ​ຮອດ ຮ່າ​ໂນ້ຍ​ ຕໍ່​ມາ​​ແມ່ນໄປ​ຢ້ຽມຢາມແຂວງ ນີນບີ່​ນ, ລ່າວກາຍ, ຊາປາ, ການ​ນຳ​ທ້ອງ​ຖິ່ນ ພ້ອມ​ກັບ​ໝູ່​ເພື່ອນ​ຮ່ວມ​ງານ​ຢູ່​ທຸກ​ສະຖານ​ທີ່ ​ລ້ວນ​ແຕ່​​ໃຫ້ການ​ຕ້ອນຮັບ​ຢ່າງສຸດ​ຈິດ​ສຸດ​ໃຈ, ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ຕື້ນຕັນ​ໃຈ​ຫລາຍ”. ນັ້ນ​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ທ່ານ​ທະນາ​ໄຈ ນາ​ນະຄອນ ສະມາຊິກ​ຜູ້ຫນຶ່ງ​ໃນ​ຄະນະ​ຜູ້​ແທນ​ສະມາພັນ​ນັກ​ຫນັງສືພິມ​ແຫ່ງ​ປະ​ເທດ ​ໄທ ​ເນື່ອງ​ໃນ​ໂອກາດ​ຄະນະ​ມາຢ້ຽມຢາມ ​ແລະ ພົບ​ປະ​ກັບ​ອົງການ​ຫນັງສື​ພິມ ຫວຽດນາມຈຳນວນ​ຫນຶ່ງ ​ໃນ​ຍາມ​ຕົ້ນ​ປີ​ໃຫມ່ 2012.

        ການ​ຢ້ຽມຢາມ ຫວຽດນາມ ຄັ້ງ​ນີ້​ຂອງ​ຄະນະ​ນັກ​ໜັງສືພິມ ​ໄທ ​ແມ່ນ​ນອນໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ແລະ ສະມາພັນ​ນັກ​ຫນັງສືພິມ​​ແຫ່ງ​ປະ​ເທດໄທ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຫວຽດນາມ, ຄະນະ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ອົງການສື່​ມວນ​ຊົນ​ສູນ​ກາງ, ການ​ນຳ​ແຂວງ ນະຄອນ ຈຳນວນ​ຫນຶ່ງ ​ແລະ ຢ້ຽມຢາມ​ປູ​ຊະ​ນິຍະສະ​ຖານ​ປະຫວັດສາດ​ ກໍ​ຄື​ທັດສະ​ນິຍະ​ພາບ​ທີ່​ສວຍ​ງາມຫລາຍ​ແຫ່ງ​. ​ແລະ​ຢູ່​ແຕ່ລະ​ທ້ອງ​ຖິ່ນ​ຊຶ່ງ​ຄະນະ​ມາ​ຢ້ຽມຢາມ​ນັ້ນ ລ້ວນ​ແຕ່​ສ້າງ​ຄວາມ​ປະ​ທັບ​​ໃຈ​​ໃຫ້​ແກ່​ສະມາຊິກ​​ແຕ່ລະຄົນ​. ບາງ​ຄົນ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ບາງ​ຄົນ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ຕໍ່​ການ​ຕ້ອນຮັບ​ຢ່າງ​ສະຫນິດ​ສະໜົມຈາກ​ບັນດາ​ອົງການ​ມະຫາຊົນ​ຢູ່​ບັນດາ​ທ້ອງ​ຖິ່ນ​ທີ່​ເຂົາ​ເຈົ້າ​ມາ​ຢາມ ​ແລະ ບາງ​ຄົນ​ມີ​ຄວາມ​ຕົກສະ​ເຫ​ງີ້ຕໍ່​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ ຫວຽດນາມ. ທ່ານ ທະນາ​ໄຈ ນາ​ນະຄອນ ປະທານ​ສະມາຄົມ​ນັກຂ່າວ​ເສດຖະກິດ​ໄທ​ແບ່ງປັນ​ວ່າ: ທ່ານ​ຢາກ​ຍາດ​ເວລາ​ມາ​ຢ້ຽມຢາມ​ຫວຽດນາມ​ຫລາຍ​ເທື່ອ​ແລ້ວ ​ແຕ່​ຍ້ອນ​ຄາ​ວຽກ ສະ​ນັ້ນ​ບໍ່​ປະຕິບັດ​ໄດ້. ກ່ອນຈະ​ມາ​ຫວຽດນາມ ທ່ານ​ພຽງ​ແຕ່​ຮູ້ຈັກ​​ເຖິງ​ຫວຽດນາມ​ຜ່ານ​ຂ່າວ​ຄາວ​ລວບລວມ​ກ່ຽວ​ກັບ ​ພູມີ​ປະ​ເທດ,ບັນດາແຂວງ, ນະຄອນ, ສູນເສດຖະກິດ ແລະ ສະພາບພັດທະນາລວມ ຂອງ​ຫວຽດນາມ​ເທົ່າ​ນັ້ນ. ສະ​ນັ້ນ ທ່ານຈຶ່ງ​ມີ​ຄວາມ​ຮູ້ສຶກ​ຕົກສະ​ເຫ​ງີ້​ເມື່ອ​ໄດ້​ເຫັນ​ປະຈັກ​ຕາ​ປະ​ເທດຊາດ ​ແລະ​ ຊາວ​ຫວຽດນາມ.

“ສິ່ງ​ທີ່​ຮັບ​ຮູ້​ຢ່າງ​ງ່າຍດາ​ຍທີ່​ສຸດ ນັ້ນ​ແມ່ນ​ການ​ພັດທະນາ​ໃນ​ຂົງ​ເຂດ​ໂທລະ​ຄົມ, ອິນ​ເຕີ​ແນ​ດ ​ແລະ ​ໂທລະສັບ​ມື​ຖື, ມັນກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​​ຄວາມ​ຕ້ອງການ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ຫວຽດນາມ. ພຽງ​ແຕ່​ມີ​ໂທລະສັບມື​ຖື ຫລື​ອຸປະກອນ​ເຊື່ອມ​ຕໍ່​ອິນ​ເຕີ​ແນ​ດ ​ໄປ​ຮອດ​ໃສ​ທ່ານ​ກໍ​ສາມາດ​ເຂົ້າ​ຊົມ​ຫລືຊອກ​ຫາ​ຂໍ້​ມູນ​ຂ່າວຢ່າງ​ງ່າຍ​ດາຍ​ໄດ້, ນັບ​ທັງ​ຢູ່​ເຂດ​ພູດ​ອຍຄື: ຊາ​ປາ. ສິ່ງ​ດັ່ງກ່າວ​ຢູ່ ​ໄທ ບໍ່​ທັນ​ຕອບ​ສະຫນອງ​ໄດ້.”

        ສຳລັບ​ທ່ານຈະ​ວາຣົງ ລີ​ມພັດ​ທາມະ​ປານີ ປະທານ​ສະມາ​ພັນ​ນັກ​ຫນັງສືພິມ​ແຫ່ງ​ປະ​ເທດ ​ໄທ​ແລ້ວ, ການ​ເຕີບ​ໃຫຍ່​ຂອງ​ບັນດາ​ອົງການ​ ​ແມ່ນ​ສິ່ງທີ່​ທ່ານ​ມີ​ຄວາມ​ສົນ​ໃຈຫລາຍ​ສຸດ. ພາຍຫລັງ​​ໄດ້ໄປ​ຢ້ຽມຢາມ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ແລະ ບັນດາ​ອົງການ​ສື່​ມວນ​ຊົນ​ອື່ນ, ທ່ານ​ໃຫ້​ຮູ້​ວ່າ ການ​ຢ້ຽມຢາມ​ໄດ້​​ເຮັດ​ໃຫ້​ທ່ານ​ເຂົ້າ​ໃຈກ່ຽວ​ກັບປະ​ເທດ​ຫວຽດນາມຈະ​ແຈ້ງ​ກວ່າ, ​ເປັນ​ຕົ້ນ​ແມ່ນ​ການ​ພັດທະນາ​ຂອງ​ຂະ​ແຫນງ​ວິທະຍຸ​ກະຈາຍສຽງ​ໂທລະພາບ​ໃນ​ທ່າ​ອ່ຽງພັດທະນາ​ໃຫມ່. ອາດ​ຈະ​ເຫັນ​ໄດ້​ວ່າ ຫວຽດນາມ ພວມ​ມີ​ການ​ກະກຽມ​ເປັນ​ຢ່າງ​ດີ​ເພື່ອ​ຮອງ​ຮັບ​ບັນດາ​ທ່າ​ອ່ຽງພັດທະນາ​ຂອງ​ໂທລະ​ຄົມທີ່​ທັນ​ສະ​ໄຫມ ​ດ້ວຍ​ການ​ປະກອບ​ຫລາຍ​ຮູບ​ການ​ສື່ສານ ​ເພື່ອ​ຮັບ​ໃຊ້​ໃຫ້​ທຸກ​ເປົ້າ​ໝາຍ ​ແລະ ນັ້ນ​ແມ່ນ​ທິດ​ກ້າວ​ເດີນ​ທີ່​ຖືກຕ້ອງ​.

        ​ໃນ​ການ​ຢ້ຽມຢາມ​ ຫວຽດນາມ ​ຄັ້ງ​ນີ້, ຄະນະ​ນັກ​ຫນັງສືພິມ​ໄທ ກໍ​ໄດ້​ໄປ​ຢ້ຽມຢາມ​ທັດສະ​ນິຍະ​ພາບ​ຈຳນວນ​ຫນຶ່ງ ​ແລະ ຢູ່​ແຕ່​ລະ​ແຫ່ງ​ນັ້ນ ​ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກ​ພິ​ເສດ​ກ່ຽວ​ກັບ​ວັດທະນະທຳປະຫວັດສາດ, ກ່ຽວ​ກັບ​ຊາວ​ຫວຽດນາມກໍ​ຄື​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ທ່ານ​ນາງ ວາຣີສາຣະລີ ​ແກ້ງ​ພັງ ສະມາຊິກ​ຂອງ​ສະມາຄົມ​ນັກ​ຂ່າ​ວບັນດາ​ທ້ອງ​ຖິ່ນ​ໄທ, ທັງ​ເປັນ​ປະທານ​ສະມາຄົມ​ພັດທະນາ​ສື່​ມວນ​ຊົນ​ວົງ​ຄະນາ​ຍາດ​ໃຫ້​ຮູ້​ວ່າ: ປະຈຸ​ບັນຫວຽດນາມ ​ໄດ້​ມີ​ການ​ປ່ຽນ​ແປງ​ຫລາຍຢ່າງນັບ​ແຕ່​ຄັ້ງ​ທຳ​ອິດທີ່ີທ່ານ​ນາງ​ມາ​ຢ້ຽມຢາມ​ຫວຽດນາມກ່ອນ​ນີ້ 2 - 3 ປີ​. ສຳລັບ​ທ່ານ​ນາງ​​ແລ້ວ, ​ແຕ່ລ​ະ​ເທື່ອ​ເມື່ອ​ມາ​ຢ້ຽມຢາມ​ຫວຽດນາມ ລ້ວນ​ແຕ່ສ້າງ​ຄວາມ​ດູດ​ດື່ມ​ໃຫມ່​ໃຫ້​ທ່ານ​ນາງ. ພິ​ເສດການ​ຢ້ຽມຢາມນີນບີ່​ນ ດ້ວຍ​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່​ໃຫຍ່​ໂຕ​ໂອ​່ຖົງ​ຂອງ​ວັດ ບາຍ​ດີ​ນ, ຂອງ​ເຂດ​ທ່ອງ​ທ່ຽວ ຈ່າງ​ອານ ຫລື​ ຈຸດ​ວັດທະນະທຳ​ຂອງ​ເຂດ​ບ້ານ​ນາ​​ທາງພາກ​ເຫນືອ ຫວຽດນາມ ​ແມ່ນ​ຕິດ​ພັນ​ກັບ​ພື້ນຖານ​ອະລິຍະ​ທຳ​​ແຫ່ງ​ການປູກ​ເຂົ້ານາ​ທາມ ທັງ​ໝົດ​ເຫລົ່າ​ນັ້ນ​ໄດ້​ສ້າງ​​ຄວາມ​ປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງ​ໃຫ້ທ່ານນາງ​.

        “ວັດທະນະທຳ ຫວຽດນາມ ​ໄດ້ສະ​ແດງ​ໃຫ້​ເຫັນ​ສີສັນ​ສະ​ເພາະ​ຂອງ​ຕົນຢ່າງ​ຈະ​ແຈ້ງ. ລຽບ​ຕາມ​ເສັ້ນທາງ​ໄປ ພວກ​ຂ້າ​ພະເຈົ້າ​ເຫັນ​ວ່າ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ ​ແມ່ນ​ສະຫງົບ​ ​ແລະ ມີ​ຄວາມ​ໃກ້ຊິດຕິດ​ແທດ​ກັບ​ທຳ​ມະ​ຊາດ. ຢູ່​ໄທ​ພຽງ​ແຕ່​​ເຫັນລົດ​ໄຖ​ນາ ພ້ອມ​ກັບ​ບັນດາ​ເຂດ​ອຸດສາຫະກຳ​ທີ່ທັນ​ສະ​ໄຫມ​ຢ່າງ​ຄັບຄາ​ຫນ້າ​ແຫນ້ນ​ເທົ່າ​ນັ້ນ. ​ແຕ່​ຢູ່ ຫວຽດນາມ ອາດ​ຈະ​​ເຫັນ​​ໂຕ​ຄວາຍ ​ແລະ ຊາວ​ກະສິກອນ​ເຮັດ​ວຽກ​ ຢ່າງ​ດຸ​ໝັ່ນ​ຂະຫຍັນ​ພຽນ ຢູ່​ຕາມ​ເຂດທົ່ງ​ນາທີ່​ຂຽວ​ສົດ​ໃສ ສ້າງ​ເປັນ​ຮູບ​ພາບ​ບ້ານ​ນາ​ຢ່າງ​ສະຫງົບສຸກ. ສິ່ງ​ດັ່ງກ່າວ​ແມ່ນ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ຂ້າພະ​ເຈົ້າ.”

        ພາຍຫລັງ​ໄປ​ຢ້ຽມຢາມຈ່າງ​ອານ ບາ​ຍດີ​ນ, ​ແຂວງ ​ນີນບີ່​ນສະຖານ​ທີ່​ສຸດ​ທ້າຍ​ຊຶ່ງ​ຄະນະ​​ໄປ​ທັດສະນະ​ສຶກສາ​ແມ່ນ​​ເທດສະບານ ຊາ​ປາ ຢູ່ ​ແຂວງ ລ່າວ​ກາຍ. ​ເຖິງ​ວ່າ ອາກາດ​ຢູ່​ທີ່​ນີ້ຫນາວ​ຈັດ​ປະມານ 6 ອົງສາ ​ແລະ ນ້ຳໝອກ​ປົກ​ຄຸມ​ໄປ​ທົ່ວກໍ​ຕາມ ​ແຕ່​ສະມາຊິກ​ທຸກ​ຄົນ​ໃນ​ຄະນະ​ລ້ວນ​ແຕ່​ມີ​ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ເມື່ອ​ເປັນ​ຄັ້ງ​ທຳ​ອິດ​​ໄດ້​ມາ​ຢ້ຽມຢາມ​ເທດສະບານ ຊາ​ຊາ ​ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ຈຳນວນສະຖານ​ທີ່​ 3 ​ແ່ຫງ​ຢູ່ຫວຽດນາມ ຊຶ່ງ​ນັກ​ທ່ອງ​ທ່ຽວ​ໄທ​ນິຍົມ​ທີ່​ສຸດ. ​ເຖິງ​ວ່າ ບໍ່​ລື້​ງ​ເຄີ​ຍກັບ​ອາກາດ​ຫນາວ​ຈັດ​ກໍ​ຕາມ ​ແຕ່​ບັນດາ​ນັກ​ຫນັງສືພິມ​ໄທ ກໍຍັງຄົ້ນ​ຫາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ຊາ​ປາຢູ່. ຄະນະ​ໄດ້​ໄປ​ຢ້ຽມຢາມ​ ​ໝູ່​ບ້ານ ກາດ​ກາດ ຂອງ​ຊາວ​ຊົນ​ເຜົ່າ​ມົ້ງ ຊຶ່ງ​ແມ່ນ​ບ້ານ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ສົດ​ງົດ​ງາມ.

ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ຂອງ ສະມາພັນນັກຫນັງສືພິມແຫ່ງປະເທດໄທ - ảnh 2
ຄະນະນັກຫນັງສືພິມໄທຢ້ຽມຢາມຖ້ຳ  ຢູ່ເຂດທ່ອງທ່ຽວຈາງອານ ບາຍດີນ
ພາບ: ມີນຫງວຽດ vovworld

        “​ເມື່ອ​ມາ​ຢ້ຽມຢາມ ຊາ​ປາ ຂ້າພະ​ເຈົ້າ​ມີ​ຄວາມຮູ້ສຶກ​ປະ​ທັບ​ໃຈ​ຫລາຍ.          ນັບ​ແຕ່ຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຕະຫລອດ​ຮອດ​ບັນດາ​ບໍລິການ​ທ່ອງ​ທ່ຽວ ​ແລະ ຄວາມ​ຄັບຄາ​ຫນາ​ແຫນ້ນ​ຂອງ​ນັກ​ທ່ອງ​ທ່ຽວ​ຢູ່ ຊາ​ປາ. ​ເຖິງ​ວ່າການ​ໄປ​ມາ​​ບໍ່​ສະດວກ​ປານ​​ໃດ ​ແຕ່​ນັກ​ທ່ອງ​ທ່ຽວຍັງ​ຄົງຢາກ​ຢ້ຽມ​ຊົມ​ຄວາມ​ງາມ​ຂອງ​ຊາ​ປາ​ຢູ່. ນອກ​ນັ້ນ ການ​ຢ້ຽມຢາມ​ ນີນບີ່ນ ດ້ວຍ​ເຮືອ​ກໍ​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ແປກ​ປະຫລາດ​​ໃຈ ​ເພາະ​ບໍ່​​ເຄີຍຄິດ​ວ່າ ຢູ່ ຫວຽດນາມ ມີ​ສະຖານ​ທີ່​ຫລາຍ​ແຫ່ງທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຄື​ແນວ​ນັ້ນ.”

        ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ຄະນະ ​ເຖິງ​ວ່າ ​ເວລາ​ບໍ່​ຫລາຍ​ປານ​ໃດ ​ແຕ່​ກໍ​ຊ່ວຍ​ໃຫ້​ບັນດາ​ນັກ​ຫນັງສືພິມ ​ໄທ ​​ມີຄວາມ​ເຂົ້າ​ໃຈ ​ແລະ ມີອາລົມຈິດ​ທີ່ດີກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ. ບັນດາ​ອາລົມ​ຈິດ ກໍ​ຄື​ການ​ຕ້ອນຮັບ​ຢ່າງ​ສະຫນິດ​ສະໜົມ​ຈາ​ກການ​ນຳ​ບັນດາ​ທ້ອງ​ຖິ່ນ, ຈາກເພື່ອນຮ່ວມງານ ຫວຽດນາມ ​ໄດ້​​ເຮັດ​ໃຫ້ຄະນະ​ນັກ​ຫນັງສືພິມໄທ​ຍິ່ງ​ມີຄ​ວາ​ມຮັກ​ແພງ​ຫວຽດນາມ​ກວ່າ ​ແລະ ຫວັງ​ວ່າ ຖ້າ​ມີ​ໂອກາດ​​ເຂົາ​ເຈົ້າ​ຈະ​ກັບ​ຄືນ​ມາ​ຢ້ຽມຢາມຫວຽດນາມ ອີກ​ຄັ້ງ​ຫນຶ່ງ.

ມີນຫງວຽດ

 


ຕອບກັບ

ຂ່າວ/ບົດ​ອື່ນ