ງານພົບປະແລກປ່ຽນລະຫວ່າງບັນດາປະເທດ ອາຊຽນ ຢູ່ຮົ່ງກົງ

ງານພົບປະແລກປ່ຽນລະຫວ່າງບັນດາປະເທດ ອາຊຽນ ຢູ່ຮົ່ງກົງ - ảnh 1
ພາບ:internet


(vovworld) -   ຕອນຄຳ່ວັນ​ທີ 22/3 ຢູ່​ ຮົ່ງກົງ​ປະ​ເທດ​ຈີນ ​ໄດ້​ດຳ​ເນີນ​ງານ​ພົບ​ປະ​ສັງ​ສັນ​ລະຫວ່າງ​ຜູ້ຕາງຫນ້າ​ບັນດາ​ປະ​ເທດສະມາຊິກ ອາ​ຊຽນ, ​ໂດຍ​ມີການ​ເຂົ້າ​ຮ່ວມ​ຂອງ​ຫົວຫນ້າ​ສະຖານກົງ​ສູນ​, ຫົວຫນ້າ​ອົງການ​ຜູ້ຕາງຫນ້າ​ບັນດາ​ປະ​ເທດ ອາ​ຊຽນ ຢູ່ ຮົ່ງກົງ ​ແລະ ມາ​ກາວ ພ້ອມ​ກັບ​ການ​ນຳ​ກົມ​ພິທີການ ຮົ່ງກົງ ​ແລະ ມາ​ກາວ. ທີ່​ການ​ພົບ​ປະ​ສັງ​ສັນ, ຕາງຫນ້າ​ໃຫ້ສະຖານກົງສູນ ຫວຽດນາມ ປະຈຳ​ຮົ່ງກົງ ​ແລະ ມາ​ກາວ, ທ່ານ​ນາງ ຫງວຽນ​ທິຫຍາ ຫົວຫນ້າ​ສະຖານກົງສູນ​​ໄດ້​ຢືນຢັນ​ວ່າ ຍ້ອນ​ມີ​ການ​ຫນູນ​ຊ່ວຍ ​ແລະ ປະສານ​ສົມທົບ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກ ອາ​ຊຽນ, ຫວຽດນາມ ຈະ​​ເຮັດສຳ​ເລັດ​​ຫນ້າ​ທີ່​ຂອງ​ຕົນ​ໃນ​ຖານະ​ເປັນ​ເລຂາທິການ​ໃຫຍ່ ອາ​ຊຽນ.

ຂ່າວ/ບົດ​ອື່ນ