ຊຸດຫຼັກສູດບຳ​ລຸງ​ສ້າງ​ພາ​ສາ​ໄທ​ ໄລ​ຍະ​ສັ້ນ ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ - ຂົວ​ເຊື່ອມ​ຕໍ່​ນັກ​ສຶກ​ສາ​ທີ່​ຮັກ​ມັກ​ພາ​ສາ ໄທ

(VOVWORLD) - ຊຸດຫຼັກສູດບຳລຸງສ້າງພາສາໄທ ໄລຍະສັ້ນລົງເລິກ ສຳລັບນັກສຶກສາ ຫວຽດນາມ ໄດ້ຈັດຂຶ້ນພາຍໃຕ້ການອຸປະຖຳຂອງກົມຮ່ວມມືສາກົນກະຊວງການຕ່າງປະເທດ ໄທ ໄດ້ຈັດຂຶ້ນຄັ້ງທຳອິດເມື່ອປີ 1999. ດ້ວຍຈຸດໝາຍສ້າງໂອກາດເພື່ອໃຫ້ນັກສຶກສາ ຫວຽດນາມ ທີ່ຮັກມັກພາສາ ໄທ ໄດ້ຝຶກຝົນພາສາ ແລະ ຊອກຮູ້ກ່ຽວກັບວັດທະນະທຳ ໄທຜ່ານກາຈັດຕັ້ງມາເປັນເວລາ 23 ຄັ້ງລາຍການບຳລຸງສ້າງພາສາ ໄທ ໄລຍະສັ້ນແບບລົງເລິກສຳລັບນັກສຶກສາ ຫວຽດນາມ ນັບມື້ນັບຢັ້ງຢືນໄດ້ປະສິດທິຜົນຊ່ວຍໃຫ້ນັກສຶກສາ ຫວຽດນາມ ຍົກສູງຄວາມສາມາດໃນການນຳໃຊ້ພາສາ ໄທ ແລະ ມີການລົງຕົວຈິງຫຼາຍຢ່າງທີ່ຈັບອົກຈັບໃຈຢູ່ປະເທດ ໄທ.

ໃນຂອບເຂດຊຸດຫຼັກສູດ, ກິດຈະກຳທີ່ນ້ອງມັກທີ່ສຸດແມ່ນການໄປຕັກບາດ ໃນຂະນະໄປຢ້ຽມຢາມທັດສະນະສຶກສາຢູ່ແຂວງ ເພັດຊະບູຣີ. ນີ້ແມ່ນຄັ້ງທຳອິດທີ່ເຂົ້າຮ່ວມການເຄື່ອນໄຫວນີ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍຂອງການຕັກບາດ”.

ຜ່ານຊຸດບຳລຸງສ້າງຄັ້ງນີ້, ນ້ອງມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະເທດຊາດ ແລະ ປະຊາຊົນ ໄທ ຜ່ານງານບຸນຕ່າງໆ, ອາຫານການກິນ ແລະ ຮີດຄອປະເພນີ. ສິ່ງດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ນ້ອງມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບພື້ນຖານວັດທະນະທຳທີ່ຫຼາກຫຼາຍຂອງ ໄທ ເທົ່ານັ້ນ, ຫາກຍັງຮູ້ສຶກໄດ້ເຖິງຄວາມເປັນມິດສະໜິດສະໜົມ ແລະ ນ້ຳໃຈອັນອົບອຸ່ນຂອງປະຊາຊົນຢູ່ທີ່ນີ້ອີກດ້ວຍ”.

ເຂົ້າຮ່ວມຊຸດບຳລຸງສ້າງ 1 ເດືອນ ຢູ່ ໄທ, ສາມາດເວົ້າໄດ້ວ່າ ນີ້ແມ່ນໄລຍະເວລາທີ່ໜ້າຈົດຈຳທີ່ສຸດສຳລັບນ້ອງ. ນ້ອງມີຄວາມເຂົ້າໃຈກ່ຽວກັບຫຼາຍສິ່ງຫຼາຍຢ່າງຂອງ ໄທ ຕື່ມອີກ ແລະ ມີອະນຸສອນອັນດີງາມກັບປະຊາຊົນຢູ່ທີ່ນີ້”.

ຊຸດຫຼັກສູດບຳ​ລຸງ​ສ້າງ​ພາ​ສາ​ໄທ​ ໄລ​ຍະ​ສັ້ນ ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ - ຂົວ​ເຊື່ອມ​ຕໍ່​ນັກ​ສຶກ​ສາ​ທີ່​ຮັກ​ມັກ​ພາ​ສາ ໄທ - ảnh 1ບັນດານັກສຶກສາ ຫວຽດນາມ ໃນຊຸດອາພອນປະຈຳຊາດຂອງ ໄທ

ເຖິງວ່າໄດ້ກັບມາ ຫວຽດນາມ ແລ້ວກໍຕາມ, ແຕ່ ມິງເຕິນ, ລອງຫວູ ແລະ ເຟືອງງາ - 3 ໃນຈຳນວນນັກສຶກສາ 24 ຄົນທີ່ຫາກໍ່ເຂົ້າຮ່ວມຊຸດບຳລຸງສ້າງພາສາ ໄທ ໄລຍະສັ້ນລົງເລິກ ສຳລັບນັກສຶກສາ ຫວຽດນາມ ປີ 2024 ຍັງມີຄວາມຮູ້ສຶກຕື້ນຕັນ ເມື່ອໄດ້ຫວນຄືນກ່ຽວກັບໄລຍະ 1 ເດືອນທີ່ໄປຮ່ຳຮຽນຢູ່ ໄທ. ສຳລັບເຂົາເຈົ້າແລ້ວ, ນັ້ນແມ່ນໄລຍະເວລາທີ່ມີໜ້າຈົດຈຳໃນຊີວິດນັກສຶກສາຂອງຕົນ. ໄປຄຽງຄູ່ກັບການເຂົ້າຮ່ວມບັນດາຊົ່ວໂມງຮຽນກ່ຽວກັບພາສາ ໄທ ໂດຍບັນດາອາຈານຄົນໄທ ສິດສອນນັ້ນ, ບັນດານັກສຶກສາ ຫວຽດນາມ  ຍັງໄດ້ເຂົ້າຮ່ວມກິດຈະກຳອື່ນໆອີກຄື: ຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ຊອກຮູ້ກ່ຽວກັບຊຸດອາພອນປະຈຳຊາດຂອງ ໄທ, ກ່ຽວກັບປະຫວັດສາດຂອງ ໄທ ອີກດ້ວຍ, ອັນໄດ້ເຮັດໃຫ້ເຂົາເຈົ້າ ບໍ່ພຽງແຕ່ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳໄທ ຕື່ມອີກເທົ່ານັ້ນ, ສິ່ງທີ່ເຂົາເຈົ້າຮູ້ສຶກໄດ້ຢ່າງຈະແຈ້ງທີ່ສຸດ ນັ້ນແມ່ນ ຫຼັງຈາກຮຽນຈົບຊຸດນີ້, ຄວາມສາມາດໃນການເວົ້າພາສາ ໄທ ຂອງເຂົາເຈົ້າໄດ້ມີການປັບປຸງຢ່າງເຫັນໄດ້ຊັດ.

"ໃນຕະຫຼອດ 1 ເດືອນຜ່ານມາ, ນ້ອງໄດ້ຝຶກທັກສະການຟັງ ແລະ ການເວົ້າ. ນ້ອງໄດ້ໂອ້ລົມກັບຄົນໄທ, ຮູ້ວິທີນຳໃຊ້ພາສາໃນແຕ່ລະກາລະເທສະ ແລະ ຮູ້ຫຼາຍຄຳສັບໃໝ່ອີກດ້ວຍ”.

ໂດຍເປັນຄົນທີ່ມີຄວາມຮັກໃນພາສາ ໄທ, ເລື່ອງເຂົ້າຮ່ວມຊຸດບຳລຸງສ້າງຄັ້ງນີ້ ແມ່ນມີຄວາມໝາຍຫຼາຍຢ່າງ. ຈາກຜູ້ໜຶ່ງທີ່ບໍ່ເກັ່ງພັນລະນາໃນພາສາ ໄທ, ແຕ່ດຽວນີ້ ນ້ອງມີຄວາມໝັ້ນໃຈຕໍ່ຕົນເອງ ແລະ ກ້າສະແດງອອກ. ນອກຈາກນັ້ນ ນ້ອງກໍໄດ້ຮັບຄວາມຮູ້ຫຼາຍຢ່າງຈາກບັນດາຄູອາຈານ ແລະ ການລົງທັດສະນະຕົວຈິງອີກດ້ວຍ.

ຊຸດຫຼັກສູດບຳ​ລຸງ​ສ້າງ​ພາ​ສາ​ໄທ​ ໄລ​ຍະ​ສັ້ນ ໃຫ້​ແກ່​ນັກ​ສຶກ​ສາ ຫວຽດ​ນາມ - ຂົວ​ເຊື່ອມ​ຕໍ່​ນັກ​ສຶກ​ສາ​ທີ່​ຮັກ​ມັກ​ພາ​ສາ ໄທ - ảnh 2ນັກສຶກສາ ຫວຽດນາມ ຊອກຮູ້ກ່ຽວກັບປະຫວັດສາດຂອງ ໄທ

ພາຍຫຼັງໄດ້ຈັດຊຸດບຳລຸງສ້າງມາໄດ້ 23 ປີ, ມີນັກສຶກສາກວ່າ 1.000 ຄົນຈົດທະບຽນເຂົ້າຮ່ວມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມດູດດື່ມບໍ່ໜ້ອຍຂອງຊຸດຫຼັກສູດນີ້ສຳລັບນັກສຶກສາ ຫວຽດນາມ ທີ່ຮັກພາສາ ໄທ. ເມື່ອຕີລາຄາກ່ຽວກັບປະສິດທິຜົນຂອງຊຸດຫຼັກສູດ, ອາຈານ Supak Mahavakorn ແລະ ອາຈານ Nation Pornumpaisakul ຮັບຜິດຊອບຊຸດຫຼັກສູດນີ້ ໃຫ້ຮູ້ວ່າ:

ອາດເວົ້າໄດ້ວ່າ ລາຍການນີ້ ບັນລຸຜົນສຳເລັດແລ້ວ. ສິ່ງເຫຼົ້ານັ້ນໄດ້ສະແດງຜ່ານເລື່ອງ ນັກສຶກສາ ຫວຽດນາມ ມອບນ້ຳໃຈວາມຮັກແພງໃຫ້ປະເທດ ໄທ. ພາຍຫຼັງຮຽນຈົບ, ມີນັກສຶກສາຫຼາຍຄົນໄດ້ກາຍເປັນຄູສອນພາສາ, ເປັນນາຍແປພາສາ, ເຮັດວຽກນຳອົງການລັດ ແລະ ບໍລິສັດ ໄທ. ໄປຄຽງຄູ່ກັນນັ້ນ, ຊຸດຫຼັກສູດດັ່ງກ່າວຍັງປະກອບສ່ວນຊຸກຍູ້ສາຍພົວພັນສອປະເທດ ແລະ ຊ່ວຍໃຫ້ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບວັດທະນະທຳ, ປະເທຊາດ ແລະ ຊາວ ໄທ ອີກດ້ວຍ.

ເມື່ອເຂົ້າຮ່ວມຊຸດຫຼັກສູດນີ້, ບັນດາເພື່ອນໜຸ່ນັກສຶກສາ ສາມາດເສີຂະຫຍາຍໄດ້ກຳລັງບົ່ມຊ້ອນຂອງຕົນ ແລະ ພວກຂ້າພະເຈົ້າກໍເຫັນໄດ້ເຖິງຄວາມກ້າວໜ້າຂອງພວກນ້ອງ. ຊຸດຫຼັກສູດນີ້ ແມ່ການເລີ່ມຕົ້ນຂອງຄວາມຮັກກັບພາສາ ໄທ. ພວກນ້ອງເລືອກຮຽນພາສາ ໄທ ແລະ ເກີດມີຄວາມຮັກຕໍ່ກັບພາສາໄທ”.

ຄືດັ່ງຄຳແບ່ງປັນຂອງອາຈານ Nation Pornumpaisakul, ຊຸດຫຼັກສູດນີ້ໄດ້ເລີ່ມຕົ້ນດ້ວຍຄວາມຮັກຕໍ່ກັບພາສາ ໄທ, ແລະ ສຳລັບບັນດານັກສຶກສາຜູ້ເຂົ້າຮ່ວມຊຸດຫຼັກສູດນີ້ ຈະນັບມື້ນັບແຕກດອກອອກຜົນ ແລະ ພັດທະນາ. ເຂົາເຈົ້າເອງ ຈະເປັນຂົວຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ 2 ປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ