ຫ່າງຈາກນະຄອນຫລວງ ຈັກກາກຕາ ໄປທາງທິດຕາເວັນອອກ ປະມານ 40 ກິໂລແມດ, ມະຫາວິທະຍາໄລ President ປະເທດ ອິນໂດເນເຊຍ ແມ່ນສະຖານທ່ີທີ່ຈັບອົກຈັບໃຈເພື່ອພັດທະນາການສຶກສາ. ນີ້ແມ່ນໂຮງຮຽນທີ່ມີນັກສຶກສາຫວຽດນາມປະມານ 100 ຄົນ. ບັນດາເພື່ອນຫນຸ່ມຫວຽດນາມ ຮຳ່ຮຽນຢູ່ທີ່ນີ້ ພວມມານະພະຍາຍາມຮຳ່ຮຽນ ເພື່ອເກັບກຳຄວາມຮູ້ໃຫ້ໄດ້ຫລາຍຢ່າງ ,ຊອກຮູ້ແລະທຳຄວາມເຂົ້າໃຈກ່ຽວກັບວັດທະນະທຳຂອງອິນໂດເນເຊຍໃຫ້ເລິກເຊິ່ງກວ່າ.
ນາງເລຫງວຽນທູຖ໋າວ ນັກສຶກສາປີທີ່ 2 ຂະແຫນງປະຊາສຳພັນ, ມະຫາວິທະຍາໄລ President ໄດ້ອາສາສະໝັກເປັນຜູ້ນຳທ່ຽວ ພາຂ້າພະເຈົ້າໄປຢ້ຽມຊົມໂຮງຮຽນແຫ່ງນີ້. ພວກຂ້າພະເຈົ້າມີຄວາມປະທັບໃຈຫລາຍກ່ຽວກັບເງ່ືອນໄຂດຳລົງຊີວິດ ແລະ ບັນຍາກາດ ແຫ່ງການຮຳ່ຮຽນຢູ່ທີ່ນີ້. ນາງເລຫງວຽນທູຖ໋າວ ໃຫ້ຮູ້ວ່າ: ດ້ວຍເນື້ອທີ່ກວ່າ 10.000 ຕາລາງແມັດ, ເຂດຫໍພັກນີ້ສາມາດຮັບນັກສຶກສາໄດ້ 3000 ຄົນໃນພາບດຽວ.
“ ຢູ່ທີ່ນີ້, ຫໍພັກນັກສຶກສາຊາຍ ແລະ ຍິງ ແມ່ນແຍກຢູ່ຕ່າງຫາກ, ສະນັ້ນ ພວກນ້ອງ ມີຫ້ອງລວມ ເພື່ອໃຫ້ນັກສຶກສາຊາຍ ຍິງເຕົ້າໂຮມກັນເພື່ອໂອ້ລົມສົນທະນາ ຫລື ຮຽນເປັນກຸ່ມ. ຢູ່ທີ່ນີ້ ມີຫ້ອງຫນຶ່ງສະເພາະ ເພື່ອໃຫ້ພວກເພື່ອນຫລິ້ນປິ່ງປ່ອງ, ບານບ້ວງ , ບາງເທື່ອພວກນ້ອງກໍ່ຈັດການເຄື່ອນໄຫວນອກຫລັກສູດ. ສຳລັບນ້ອງແລ້ວ, ເຖິງວ່າຢູ່ຫ່າງໄກບ້ານເກີດເມືອງນອນ, ຫ່າງໄກຄອບຄົວກໍຕາມ ແຕ່ໂຊກດີ ທີຊີວິດການເປັນຢູ່ຂອງພວກນ້ອງຢູ່ທີ່ນີ້ກໍສະດວກດີພໍຄວນ.“
ຫໍພັກຂອງນັກສຶກສາຊາຍແມ່ນກວ້າງກວ່າ, 2 ຄົນ ຢູ່ຫ້ອງຫນຶ່ງປະກອບເຄື່ອງໃຊ້ຢ່າງຄົບຖ້ວນ. ຍ້ອນດຳລົງຊີວິດຢູ່ຫ່າງໄກຄອບຄົວໄດ້ເຮັດໃຫ້ບັນດານັກສຶກສາຫວຽດນາມຢູ່ທີ່ນີ້ມີຄວາມເຂັ້ມແຂງແລະເພິ່ງພາຕົວເອງໄດ້ດີ ດ່ວານຫ໋າຍຮວ່າງ, ເຊິ່ງປະຈຸບັນ ພວມຮຽນປີສຸດທ້າຍຂອງຂະແຫນງ Maketing..ໃຫ້ຮູ້ວ່າ:
“ພວກນ້ອງຢູ່ມໍ່ກັບໂຮງຮຽນ, ສະນັ້ນ ເລື່ອງໄປມາກໍສະດວກຫລາຍ ໃຊ້ເວລາພຽງ 5 ນາທີ່. ສ່ວນເລື່ອງກິນດື່ມ ແມ່ນແຕ່ງກິນເອງ ຫລືກິນຢູ່ຮ້ານອາຫານ, ຢູ່ທີ່ນັ້ນມີຮ້ານອາຫານ 15 -20 ຮ້ານ,ເຍື່ອງອາຫານອຸດົມສົມບູນ. ປະຊາຊົນຢູ່ທີ່ນີ້ ເຂົາເຈົ້າແມ່ນຜູ້ສະຫນິດສະຫນົມ ພ້ອມແລ້ວທີ່ຈະຊ່ວຍເຫລືອພວກນ້ອງ ເມື່ອປະສົບກັບຄວາມຫຍຸ້ງຍາກ.“
(ຢູ່ມະຫາວິທະຍາໄລ President ມີນັກສຶກສາຫວຽດນາມປະມານ 100ຄົນ)
ເຊິ່ງຕ່າງກັບຫໍພັກຂອງຜູ້ຊາຍ, ຫ້ອງນອນຂອງນຶກສຶກສາຍິງແມ່ນນ້ອຍກວ່າ ແຕ່ໄດ້ຮັບການປະດັບປະດາຢ່າງກະທັດລັດ. ທຸກມື້ ນອກຈາກຂຶ້ນຫ້ອງແລ້ວ ບັນດານັກສຶກສາຍິງ ລ້ວນແຕ່ຍາດເວລາເພື່ອຮຽນດ້ວຍຕົວເອງ ແລະ ພ້ອມກັນອ່ານປື້ມເລື່ອງ ທີ່ສົ່ງມາຈາກຫວຽດນາມ. ຕາຕະລາງຮຽນຢູ່ທີ່ນີ້ ແມ່ນຕ່າງກັບນັກສຶກສາພາຍໃນປະເທດ, ຢູ່ ອິນໂດເນເຊຍ ປີຫນຶ່ງມີ 3 ພາກຮຽນ, ແຕ່ລະພາກແມ່ນ 2.5 -3 ເດືອນ, ຫລັງຈາກນັ້ນ ໄດ້ພັກຜ່ອນປະມານເດືອນຫນຶ່ງ. ຜ່ານເກືອບ 3 ປີ ທີ່ຮຳ່ຮຽນຢູ່ປະເທດນີ້, ນາງ ຫງວຽນທິຮ່ວຽນຈາງ ນັກສຶກສາປີທີ 3 ຂະແຫນງການເງິນ ທະນາຄານ ສະແດງຄວາມຮູ້ສຶກປະທັບໃຈວ່າ:
“ໃນເບື້ອງຕົ້ນ, ພວກນ້ອງມາທີ່ນີ້ແມ່ນຕົກສະເງີ້ຫລາຍ,ຄິດວ່າ ຢູ່ແຫ່ງນີ້ແມ່ນຂຶ້ນກັບໃຈກາງຂອງນະຄອນຫລວງ ຢາກາກຕາ ແຕ່ເມື່ອມາຮອດແລ້ວເຫັນວ່າຢູ່ທີ່ນີ້ແມ່ນຫ່າງໄກຈາກໃຈກາງຕົວເມືອງຫລາຍ. ເບື້ອງຕົ້ນ ພວກນ້ອງກໍເສຍຫວັງຫລາຍ ແຕ່ເຫັນວ່າ ປະຊາຊົນອິນໂດເນເຊຍແມ່ນຜູ້ສະຫນິດສະຫນົມ, ສະນັ້ນ ພວກນ້ອງກໍມີຄວາມອຸ່ນອ່ຽນໃຈແດ່ໜ້ອຍໜື່ງ.“
ສຳລັບ ຫງວຽນຕູ່ງຮູຍ, ນັກສຶກສາປີທີ 1 ຂະແຫນງ Marketing ແລ້ວ, ພາສາ ອິນໂດເນເຊຍ ແມ່ນສິ່ງທີ່ສ້າງຄວາມປະທັບໃຈເມື່ອມາແຫ່ງນີ້. ເພື່ອນຮູຍ ໃຫ້ຮູ້ວ່າ:
“ສຳລັບນ້ອງແລ້ວ, ຄວາມຕົກສະເງີ້ແມ່ນ ພາສາອິນໂດເນເຊຍ ຍ້ອນວ່າ ແຕ່ກ່ອນນ້ອງບໍ່ເຄີຍຮັບຟັງພາສາອິນໂດເນເຊຍຈັກເທື່ອ, ເມ່ືອມາແຫ່ງນີ້ ເຫັນວ່າ ພວກອ້າຍເອື້ອຍຊາວຫວຽດນາມ ເວົ້າພາສາອິນໂດເນເຊຍຢ່າງລ່ຽນໄຫລ, ນ້ອງນິຍົມນັບຖື ແລະ ນ້ອງຄິດວ່າ ຕົນເອງຈະພະຍາຍາມຮຳ່ຮຽນເພື່ອສາມາດເວົ້າພາສາອິນໂດເນເຊຍຢ່າງລ່ຽນໄຫລຄືແນວນັ້ນ.“
ຊາວຫວຽດນາມຜູ້ໃດມີໂອກາດແວ່ຢາມມະຫາວິທະຍາໄລ President ປະເທດ ອິນໂດເນເຊຍ ລ້ວນແຕ່ມີຄວາມປະທັບໃຈຢ່າງເລິກເຊີ່ງກັບສະພາບແວດລ້ອມແຫ່ງການຮຳ່ຮຽນຢູ່ທີ່ນີ້ ກໍຄືຄວາມໃກ້ຊິດສະຫນິດສະຫນົມຂອງບັນດາຄູອາຈານ ແລະ ນັກສຶກສາອິນໂດເນເຊຍ ພິເສດ ແມ່ນນ້ຳໃຈສາມັກຄີ, ມັກຮຳ່ມັກຮຽນຂອງບັນດານັກສຶກສາຫວຽດນາມ ຢູ່ ອິນໂດເນເຊຍ. ພວກເພື່ອນແມ່ນຂົວເຊື່ອມຕໍ່ຂອງການພົວພັນແລກປ່ຽນທາງດ້ານວັດທະນະທຳລະຫວ່າງສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍເວົ້າສະເພາະ, ລະຫວ່າງ ບັນດາປະເທດ ອາຊຽນ ເວົ້າລວມ ໃນທ່າອ່ຽງສ້າງປະຊາຄົມອາຊຽນໃນປີ 2015.