ບາດກ້າວບຸກທະລຸໃນການເຄື່ອນໄຫວຮ່ວມມືລົງທຶນ ຫວຽດນາມ ລາວ

ບາດກ້າວບຸກທະລຸໃນການເຄື່ອນໄຫວຮ່ວມມືລົງທຶນ ຫວຽດນາມ ລາວ - ảnh 1

​ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ແລະທ່ານນາຍົກລັດຖະມົຕີ ທອງສິງທຳມະວົງເປັນເຈົ້າພາບກອງະຊຸມການຮ່ວມມືລົງທຶນຫວຽດນາມ ລາວ

ພາບປະກອບ (ພາບ:chinhphu.vn)

(vovworld) - ປີ 2011 ​ແມ່ນ​ປີ​ທີ່​ມີ​ບັນດາ​ບາດກ້າວ​ຫັນປ່ຽນ​ບຸກທະລຸ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ ​ແລະ ການ​ຄ້າ​ຂອງ​ຫວຽດນາມ ຢູ່​ລາວ. ​ໃນ​ປີຜ່ານມາ​,​ ຫວຽດນາມ ລົງທຶນ​ເຂົ້າ​ລາວ 39 ​ໂຄງການ​ໃຫຍ່ ດ້ວຍ​ມູນ​ຄ່າ 275 ລ້ານ​ USD, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນລຸ 700 ລ້ານ USD, ​ເພີ່ມ​ຂຶ້ນ​ເກືອບ 70 % ​ເມື່ອ​ທຽບ​ໃສ່​ປີ 2010.​ນີ້​ແມ່ນ​ຕົວ​ເລກ​ສະຖິຕິ​​ດີ​ພໍ​ສົມຄວນ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ​ຫວຽດນາມ ​ແລະລາວ.

ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ​ສອງ​ປະ​ເທດ ​ເພື່ອ​ມູ້​ງ​ໄປ​ເຖິງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ ລາວ ປີ 2012 ​ແລະ ສະ​ເຫລີ​ມສະຫລອງ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການທູດລະຫວ່າງ​ສອງ​ປະ​ເທດ, ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງທຶນ. ທີ່​ກອງ​ປະຊຸມ​ການ​ຮ່ວມ​ມື​ລົງທຶນ ຫວຽດນາມ ລາວ ທີ່ດຳ​ເນີນ​ໄປ​ໃນ​ເດືອນ​ກັນຍາ​ປີ 2011, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຢືນຢັນ​ວ່າ ການ​ລົງທຶນ​ຂອງ​ຫວຽດນາມ ​ແມ່ນ​ແບບຢ່າງ​ກ່ຽວ​ກັບ​ການ​ລົງທຶນ​ຕ່າງປະ​ເທດ​, ປະກອບສ່ວນ​ອັນ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ ສັງຄົມ​ຂອງ​ລາວ.

        ຫນຶ່ງ​ໃນ​ບັນດາ​ແບບຢ່າງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ ຢູ່ ລາວ ນັ້ນ​ແມ່ນ​ການ​ຮ່ວມ​ທຸລະ​ກິດ​ລະ​ຫວ່າງ ກຸ່ມ​ບໍລິສັດ​ໂທລະ​ຄົມມະນາຄົມ​ການ​ທະຫານ Viettel ​ແລະ ບໍລິສັດ​ໂທລະ​ຄົມມະນາຄົມ​ລາວ​ Lao telecom (Unitel). ​ໂດຍ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​​ເມື່ອ ​ປີ 2009, ໃນເບື້ອງຕົ້ນ ມີສະຖານີກະຈາຍຄື້ນ​ພຽງ100 ແຫ່ງ ແລະ ສ້າງລາຍ​ຮັບໄດ້ 2.4 ລ້ານUSD /ປີ ເທົ່ານັ້ນ, ມາ​ຮອດ​ປະຈຸ​ບັນ   Unitel ​ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ບໍລິສັດ​ໃຫຍ່​ກວ່າໝູ່​ຢູ່​ລາວ ດ້ວຍ​ລາຍ​ຮັບ​ໃນ​ປີ 2011 ບັນລຸ​ເກືອບ 110 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ອັດຕາ​ສ່ວນ​ຄອງຕະຫລາດຂຶ້ນ 40% ,​ ນຳ​ຫນ້າ​ຕະຫລາດ​ໂທລະ​ຄົມມະນາຄົມ ຢູ່ ລາວ. ​ດ້ວຍ​ຄວາມ​ຮັບ​ຮູ້​ທີ່​ວ່າ: ການ​ດຳ​ເນີນ​ທຸລະ​ກິດ​ຕ້ອງ​ຕິດ​ພັນ​ກັບ​ຄວາມ​ຮັບຜິດຊອບ​ຕໍ່ສັງຄົມ, Unitel ຍັງ​ຕັ້ງຫນ້າ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ຮັບປະກັນ​ຊີວິດ​ສັງຄົມ, ບັນດາ​ໂຄງການ​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ລາວ​ຄື: ​ໄດ້ຕິດ​ຕັ້ງ​ເຄືອຂ່າຍ​ອິນ​ເຕີ​ແນດ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ໃຫ້​ແກ່​​ໂຮງຮຽນ​​​ ແລະ ຮາກ​ຖານ​ການ​ສຶກສາ​ຫລາຍ ແຫ່ງ, ສະຫນອງ​ເຄື່ອງ​ຄອມ​ພິວ​ເຕີ​ໃຫ​້​ແກ່​ເດັກ​ພິການ ​ແລະ ​ໂທລະສັບ​ໃຫ້​ແກ່​ປະຊາຊົນ​ທຸກ​ຍາກ. ທ່ານ ຟ້າ​ມ​ແທນ​ຊາງ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ໄດ້​ແບ່ງປັນ​ວ່າ:

        “ຫນຶ່ງ​ໃນ​ບັນດາ​ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​​ມີ​ຄວາມເອົາ​ໃຈ​ໃສ່​ຕົ້ນຕໍນັ້ນ​ແມ່ນ ​ເມື່ອ​ລົງທຶນ​ເຂົ້າ​ລາວ ຕ້ອງ​ເຂົ້າ​ໃຈ​​ກ່ຽວ​ກັບ​ວັດທະນະທຳ ປະ​ເທດ​ຊາດ ​ແລະ ປະຊາຊົນ​ລາວ. ​ແລະ ກົງກັນຂ້າມ ພວກ​ຂ້າພະ​ເຈົ້າ​ກໍ​ຊອກ​ທຸກ​ວິທີ​ ເຮັດ​ແນວ​ໃດ​​ເພື່ອ​ໃຫ້​ພະນັກງານ​ ລັດຖະກອນ​ ລາວ​ ​ເຂົ້າ​ໃຈ​ໄດ້ກ່ຽວ​ກັບ​ວັດທະນະທຳ ​ແລະ ວິທີ​ເຮັດ​ວຽກ​ຂອງ​ຊາວ​ຫວຽດນາມ ​ເພື່ອ​ສາມາດ​​ປະສານສົມທົບ​ນຳ​ກັນ​ໄດ້. ນັ້ນ​ແມ່ນ​ປະຖົມປັດ​​ໃຈ ​ໃຫ້​ແກ່​ການ​ພັດທະນາ​ວຽກ​ງານ ກໍ​ຄື​ບັນຫາ​ບຳລຸງ​ສ້າງ, ການຈັດ​ຕັ້ງ​ໃນ​ບໍລິສັດ.​ ນອກ​ນັ້ນ ຫນຶ່ງ​​ໃນ​ບັນດາ​ຈຸດ​ພິ​ເສດ​ຂອງ Vietel ​ເມື່ອ​ລົງທຶນ​ຢູ່ຕ່າງປະ​ເທດ ​ແມ່ນ​ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ປະຕິບັດຢ່າງ​ວ່ອງ​ໄວ ​ແລະ ຮຽບຮ້ອຍ.”

ບໍລິສັດ​ປະກັນ​ໄພ ຫວຽດ ລາວ ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບໍລິສັດ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ໂດຍ​ໄວ ​ແລະ ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ຕະຫລາດ​ຂອງ​ລາວ. ປີ 2011 ລາຍ​ຮັບ​ຂອງ​ບໍລິສັດ ​ເພີ່ມ​ຂຶ້ນ 112% ​ເມ່ືອ​ທຽບ​ໃສ່​ປີ 2011 ບັນລຸ​ກວ່າ  4 ລ້ານ​ໂດ​ລາ​ສະຫະລັດ. ນີ້​ແມ່ນ​ບໍລິສັດ​ຫນຶ່ງ​ດຽວ​ ​ເປີດ​ຫ້ອງການ​ພົວພັນ​ຕິດ​ຕໍ່ ​ 9 ​ແຫ່ງ ຢູ່ ບັນດາ​ແຂວງ​ນະຄອນ​ໃຫຍ່​ຂອງ​ລາວ. ທ່ານ ຫວູມີນຫາຍ ຜູ້ອຳນວຍການ​ໃຫຍ່ ທັງ​ເປັນ​ຮອງ​ປະທານ​ສະມາຄົມວິ​ສາ​ຫະກິດ ຫວຽດນາມ ລົງທຶນ ຢູ່ ລາວ ​ໄດ້​ແບ່ງປັນ​ບົດຮຽນ​ວ່າ:

        “ ​ເມື່ອ​ໄປ​ລົງທຶນ​ຢູ່​ລາວ, ຫນ້າ​ທີ່​ທຳ​ອິດ ພວກ​ເຮົາ​ຕ້ອງ​ສຸມ​ໃສ່​ບຳລຸງ​ສ້າງ​       ແຫ​ລ່ງຊັບພະຍາກອນ​ມະນຸດ ​ແລະ ບັນຫາ​ສຳຄັນໜຶ່ງ​ອີກ​ແມ່ນຕ້ອງ​ມີ​ສູນ​ການ​ຄ້າ​ຂອງ​ຫວຽດນາມ. ຕົວຢ່າງ​ຄື ຢູ່ ລາວ ​ໄດ້​ມີ​ບັນດາ​ຕະຫລາດ​ຂອງ​ຈີນ, ສູນ ລາວ Itech ຂອງ​ໄທ.​ ຫວຽດນາມ ຈຳ​ເປັນຕ້ອງ​ມີ​ສູນ​ການ​ຄ້າ​ແຫ່ງ​ຫນຶ່ງ, ເພື່ອ​ເປັນ​ສະຖານ​ທີ່​ໃຫ້​ບັນດາ​ວິ​ສາ​ຫະກິດ​ພົບ​ປະ ສ້າງ​ເງື່ອນ​ໄຂ​ຫນູນ​ຊ່ວຍ​ໃຫ້ບັນດາ​ວິ​ສາ​ຫະກິດ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ ກໍ່​ຄືໂຄສະນາ​ກ່ຽວ​ກັບ​ການບໍລິການ​ຂອງ​ຕົນ, ​ເປັນ​ຕົ້ນ​ແມ່ນ​ການ​ຫນູນ​ຊ່ວຍ​ເຊິ່ງກັນ ​ແລະ​ ກັນ​ກ່ຽວ​ກັບ​ຊັບພະຍາກອນ​ມະນຸດ, ກ່ຽວ​ກັບດ້ານ​ທຶນ​ຮອນ. ພິ​ເສດ ​ແມ່ນ​ບົດຮຽນ​ໃນ​ການ​ບໍລິຫານ.”

ບາດກ້າວບຸກທະລຸໃນການເຄື່ອນໄຫວຮ່ວມມືລົງທຶນ ຫວຽດນາມ ລາວ - ảnh 2
ວິສາຫະກິດຫວຽດນາມ ລົງທຶນປູກຕົ້ນຢາງພາລາຢູ່ ລາວ
ພາບ:TTXVN

ນອກ​ນັ້ນ ຍັງ​ມີ​ບໍລິສັດ​, ວິ​ສາ​ຫະກິດ​ຫວຽດນາມ ຫລາຍ​ແຫ່ງ​ໄດ້ ​ແລະ ພວມ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​​ໃນຫຼາຍ​ຂົງ​ເຂດຢູ່​​ລາວ ຄື: ຂຸດ​ຄົ້ນ​ບໍ່​ແຮ່, ພະລັງງານ, ປູກ​ປ່າ. ​ໃນ​ນັ້ນກຸ່ມ​ບໍລິສັດ​ຮ່ວາງ​​ແອ​ງຢາ​ລາຍ, ບໍລິສັດ​ກອບ​ສ ລອງ​ແທ່ນ... ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ..

ອາດ​ຈະ​ເວົ້າ​ໄດ້​ວ່າ ປີ 2011 ​ແມ່ນ​ປີ​ແຫ່ງ​ຜົນສຳ​ເລັດ​ຂອງວິ​ສາ​ຫະກິດ​ຫວຽດນາມ​ຫລາຍ​ແຫ່ງ​ທີ່ພວມ​ດຳ​ເນີນທຸລະ​ກິດ​ຢູ່​ລາວ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ຄຽງ​ຂ້າງ​ບັນດາ​ກາລະ​ໂອກາດ​ໃຫ່ຍນັ້ນ, ​ຍັງມີ​ສິ່ງ​ທ້າ​ທາຍ​ບໍ່​ຫນ້ອຍສຳລັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ, ​ຂະນະ​ທີ່ບັນດາວິ​ສາ​ຫະກິດ​ຕ່າງປະ​ເທດ​​ເຂົ້າມາ​ລົງທຶນ​ຢູ່​ລາວນັບ​ມື້​ນັບ​ຫຼາຍ.

​ແອນ​ດ່າ​ວ+ຜູ້​ຮ່ວມ​ງານ

ຕອບກັບ

ຂ່າວ/ບົດ​ອື່ນ