ປະກອບສ່ວນຫັນຈຸດໝາຍເຂດການຄ້າເສລີ ອາຊຽນ - ຈີນ ໃຫ້ປະກົດຜົນເປັນຈິງ

(vovworld) - ​​ໃນ​ສະພາບ​ການ​ບັນດາ​ປະ​ເທດ​ພວມ​ປະ​ເຊີນ​ຫນ້າ​ກັບ​ສະພາບ​ເສດຖະກິດ​ໂລກ ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ​ການຈັດ​ຕັ້ງ​ ງານ​ຕະຫລາດນັດ ຈີນ - ອາ​ຊຽນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ (CABIS) ຄັ້ງ​ທີ 9 ຫາ​ກຳ​ດຳ​ເນີນ​ໄປ​ຢູ່​ນະຄອນ ຫນານ​ຫນິງ ​ແຂວງ ກວາງຊີ ປະ​ເທດ ຈີນ ສຳ​ເລ​ັດຜົນ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ ​ແລະ ສົ່ງຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ. ​ການ​ເຄື່ອນ​ໄຫວ​ປີ​ນີ້​ແມ່ນ​ບາດກ້າວ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​​ແມ່ນ​ເວທີ​ປາ​ໄສ​ພົບ​ປະ​ແລກປ່ຽນ​ມິດຕະພາບ, ຊຸກຍູ້​ເສດຖະກິດ​ການ​ຄ້າ ​ແລະ ການ​ຮ່ວມ​ມື​ໃນ​ຫລາຍ​ຂົ​ງ​ເຂດ​ລະຫວ່າງ ອາ​ຊຽນ ​ແລະ ຈີນ. ງານ​ຕະຫລາດນັດ ຈີນ - ອາ​ຊຽນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ (CABIS) ຄັ້ງ​ທີ 9 ປະກອບສ່ວນ​ສຳຄັນ​ເພື່ອ​ຫັນ​ເຂດການ​ຄ້າ​ເສລີ ອາ​ຊຽນ - ຈີນ ປະກົດ​ຜົນ​ເປັນ​ຈິງ.

ປະກອບສ່ວນຫັນຈຸດໝາຍເຂດການຄ້າເສລີ ອາຊຽນ - ຈີນ ໃຫ້ປະກົດຜົນເປັນຈິງ - ảnh 1
ນາຍົກລັດຖະມົນຕີ Nguyen Tan Dung ນຳ​ຫນ້າ​ຄະນະ​ຜູ້​ແທນ ລັດຖະບານ ຫວຽດນາມ ​ເຂົ້າ​ຮ່ວມ ງານ​ຕະຫລາດນັດ ຈີນ - ອາ​ຊຽນ
າບ:congthuong.com.vn

        ງານ​ຕະຫລາດນັດ ຈີນ - ອາ​ຊຽນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ (CABIS)  ຖືກ​ຈັດ​ຂຶ້ນ​ປະຈຳ​ປີ​ຢູ່ ​ນະຄອນ ຫນານ​ຫນິງ ​ແຂວງ​ກວາງຊີ ປະ​ເທດ​ຈີນ ​ໂດຍ​ແມ່ນ​ອົງການ​ຮັບຜິດຊອບ​ດ້ານ​ການ​ຄ້າ​ຂອງ​ຈີນ,​10 ປ​ະ​ເທດ ອາ​ຊຽນ ​ແລະ ຄະນະ​ເລຂາ​ອາ​ຊຽນ ຮ່ວມ​ຈັດ​ຕັ້ງ. ສຳລັບ ຈີນ ​ແລະ ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ງານ​ຕະຫລາດນັດ ຈີນ - ອາ​ຊຽນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ (CABIS) ຄັ້ງ​ທີ 9 ມີ​ບົດບາດ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​​ເສດຖະກິດ, ການ​ຄ້າ​ກໍ​ຄື​ຂົງ​ເຂດ​ອື່ນໆ, ຊຸກຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ ອາ​ຊຽນ - ຈີນ. ທ່ານ Vu Huy Hoang ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ເຄື່ອງ​ມືຢ່າງ​ມີ​ປະສິດທິ​ຜົນ. ​ແມ່ນ​ເວທີ​ປາ​​ໄສ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ, ນັກທຸລະກິດ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ, ຈີນ ພົບ​ປະ​ແລກປ່ຽນ ​ແລະ ຕົກລົງ​​ເຊັນ​ສັນຍາ​ກ່ຽວ​ກັບ​ການ​ລົງທຶນ ​ແລະ ການ​ຄ້າ. ນີ້​ກໍ​ແມ່ນ​ເວທີ​ປາ​​ໄສ​ເພື່ອ​ໃຫ້​ສອງ​ຝ່າຍ​ສາມາດ​ແລກປ່ຽນບໍ່​ພຽງ​ແຕ່​ບັນດາ​ບັນຫາ​ຮ່ວມ​ມື​ເສດຖະກິດ​ກາ​ນຄ້າ​ການ​ລົງທຶນ​ໃນ​ພາກ​ພື້ນ ອາຊີ ຕາ​ເວັນ​ອອກສຽງ​ໃຕ້​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເວທີ​ປາ​​ໄສ​ເພື່ອ​ໃຫ້ບັນດາ​ຝ່າຍ​ສາມາດ​ແລກປ່ຽນ​ເປີດ​ກວ້າງ​ຄວາມ​ສາມາດ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ການ​ລົງທຶນ​ໃນ​ພາກ​ພື້ນ ອາຊີ ປາຊີ​ຟິກ.”

        ​ໃນ​ໄລຍະ​ຜ່ານ​ມາ,​ ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ກາ​ນຄ້າ, ການ​ລົງທຶນ ອາ​ຊຽນ - ຈີນ ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ກວ້າງຂວາງ, ບັນດາ​ປະ​ເທດ ອາ​ຊຽນ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ລົງທຶນ​ສຳຄັນ​ຕົ້ນ​ຕໍ​ຂອງ​ຈີນ. ສະ​ເພາະ​​ການ​ລົງທຶນ, ​ໄລ່​ມາ​ຮອດ​ເດືອນ 7/2012, ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ ຈີນ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ບັນລຸ​​ເກືອບ 100 ຕື້ USD. ປະຈຸ​ບັນ ຈີນ ​ແລະ ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ຍົກ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ຍຸດ​ທະ​ສາດ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຸ​ດຍອດ​ການ​ລົງທຶນ ການ​ຄ້າ ອາ​ຊຽນ - ຈີນ ຄັ້ງ​ທີ 9,​ ທ່ານ​ຮອງ​ປະທານ​ປະ​ເທດ​ຈີນ ​ສີຈິ້ນຜິງ ໃຫ້​ຮູ້​ວ່າຜ່ານ​ການຈັດ​ຕັ້ງ​ມາ​ເປັນ​​ແລ້ວ 8 ຄັ້ງ, ງານ​ຕະຫລາດນັດ ຈີນ - ອາ​ຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ ນັບ​ມື້​ນັບ​ຢືນຢັນ​ບົດບາດ​ພົ້ນ​ເດັ່ນ​ຂອງ​ຕົນ ​ແລະ ​ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ບໍ່​ພຽງ​ແຕ່​ສຳລັບ​ວິ​ສາ​ຫະກິດ​ຈີນ ​​ແລະ ບັນດາ​ປະ​ເທດ ອາ​ຊຽນ ເທົ່າ​ນັ້ນ ຫາກ​ຍັງ​ສຳລັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ​ຢູ່​ນອກ​ພາກ​ພື້ນ​ອີກ​ດ້ວຍ.

        “ຍາມ​ໃດ ຈີນ ກໍ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ​ຈີນ ​ແລະ ວິ​ສາ​ຫະກິດ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ນຳ​ໃຊ້​ ​ບັນດາ​ກາລະ​ໂອກາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ​ການ​ລົງທຶນ ຢ່າງສຸດຂີດ. ຍາມ​ໃດຈີນກໍ​ຖື​ບັນດາ​ປະ​ເທດ ອາ​ຊຽນ ​ແມ່ນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດຖະກິດ, ກາ​ນລົງທຶນ​ຂອງ​ຕົນ.”

ປະກອບສ່ວນຫັນຈຸດໝາຍເຂດການຄ້າເສລີ ອາຊຽນ - ຈີນ ໃຫ້ປະກົດຜົນເປັນຈິງ - ảnh 2
ງານ​ຕະຫລາດນັດ ຈີນ - ອາ​ຊຽນ
ພາບ:congthuong.com.vn

        ​ເຖິງ​ວ່າ​ແມ່ນ​ເວທີ​ປາ​ໄສ​ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ ​ແຕ່​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະມຸກ​ລັດ​ຫລາຍ​ທ່ານ, ງານ​ຕະຫລາດນັດ ຈີນ - ອາ​ຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ ​ໄດ້​ກາຍ​ເປັນ​ເວທີ​ປາ​ໄສ​ສຳຄັນ​ເພື່ອ​ໃຫ້​ບັນດາ​ການ​ນຳ​ຂອງ 10 ປະ​ເທດ ອາ​ຊຽນ ​ແລະ ຈີນ ພົບ​ປະ, ​ແລກປ່ຽນ. ບັນດາ​ການ​ພົບ​ປະ​ແລກປ່ຽນ​ສອງ​ຝ່າຍ​ຢູ່​ນອກ​ ງານ​ຕະຫລາດນັດ ຈີນ - ອາ​ຊຽນ ​ແມ່ນ​ກາລະ​ໂອກາດ​ດີ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກປ່ຽນ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ​ເລື່ອງ​ນາຍົກລັດຖະມົນຕີ Nguyen Tan Dung ນຳ​ຫນ້າ​ຄະນະ​ຜູ້​ແທນ ລັດຖະບານ ຫວຽດນາມ ​ເຂົ້າ​ຮ່ວມ ງານ​ຕະຫລາດນັດ ຈີນ - ອາ​ຊຽນ ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຫວຽດນາມ ສະຫນັບສະຫນູນ​ກໍ​ຄື​ຖື​​ເປັນ​ສຳຄັນບົດບາດ​ຂອງ ງານ​ຕະຫລາດນັດ ຈີນ - ອາ​ຊຽນ ​​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ລະຫວ່າງ ຫວຽດນາມ ​ແລະ ຈີນ​ ​ເວົ້າ​ສະ​ເພາະ ກໍ​ຄື​ລະຫວ່າງ ອາ​ຊຽນ ກັບ ຈີນ ​ເວົ້າ​ລວມ. ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ຈີນ ​ແລະ ການ​ນຳ​ແຂວງ ກວາງ​ຊີ, ພົບ​ປະ​ສອງ​ຝ່າຍ​ກັບ​ການ​ນຳ​ຂັ້ນ​ສູງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເຂົ້າຮ່ວມ ງານ​ຕະຫລາດນັດ ຈີນ - ອາ​ຊຽນ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ.

ປະກອບສ່ວນຫັນຈຸດໝາຍເຂດການຄ້າເສລີ ອາຊຽນ - ຈີນ ໃຫ້ປະກົດຜົນເປັນຈິງ - ảnh 3
ຮ້ານວາງສະແດງສິນຄ້າ ຂອງ ຫວຽດນາມ ຢູ່ງານຕະຫລາດນັດ ອາຊຽນ - ຈີນ
ພາບ: internet

        ​ເລື່ອງ​ຈັດ​ຕັ້ງ​ ງານ​ຕະຫລາດນັດ ຈີນ - ອາ​ຊຽນ​ ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ ສຳ​ເລັດ​ຜົນ ຄັ້ງ​ນີ້ ຄື​ດັ່ງ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ທ່ີ​ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ ​ແມ່ນ​ກາລະ​ໂອກາດ​ດີ​ເພື່ອ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ການ​ຄ້າ,​ ການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ຈີນ ນັບ​ມື້​ນັບ​ພັດທະນາ. ງານ​ຕະຫລາດນັດ ຈີນ - ອາ​ຊຽນ​ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ ປີ​ນີ້ ​ໄດ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​​ເຄື່ອງມື​ຕົ້ນຕໍ​ປະກອບສ່ວນ​ຫັນ​ເຂດ​ການ​ຄ້າ​ເສລີ ອາ​ຊຽນ - ຈີນ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ