ລົງມືກໍ່ສ້າງເຂດອະນຸສະຖານປະທານໂຮ່ຈີມີນ ຢູ່ ສປປ ລາວ

ລົງມືກໍ່ສ້າງເຂດອະນຸສະຖານປະທານໂຮ່ຈີມີນ ຢູ່ ສປປ ລາວ - ảnh 1
ພິທີລົງມືກໍ່ສ້າງເຂດອະນຸສະຖານປະທານໂຮ່ຈິມີນ
ພາບ:vietnamplus.vn

(vovworld) - ຕອນ​ເຊົ້າ​ວັນ​ທີ 18/4 ຢູ່ ບ້ານ​ຊຽງ​ຫວ່າງ ​ເມືອງ​ໜອງ​ບົກ ​ແຂວງ​ຄຳ​ມ່ວນ, ສປປ ລາວ ​ໄດ້​ດຳ​ເນີນ​ພິທີ​ລົງ​ມື​ກໍ່ສ້າງ​ເຂດ​ອະນຸ​ສະຖານປະທາ​ນ​ໂຮ່ຈິ​ມີນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ສຸວັນ​ດີ ສີສະ​ຫວາດ ຮອງ​ເຈົ້າ​ແຂວງ​​ແຂ​ວາງ​ຄຳ​ມ່ວນ​ໄດ້​ຢືນຢັນ​ວ່າ: ​ເຂດ​ອະນຸ​ສະຖານ​ປະທານ​ໂຮ່ຈິ​ມີນ ​ແມ່ນ​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ສຳຄັນກ່ຽວ​ກັບ​ປະຫວັດສາດ, ການ​ເມືອງ, ສະ​ແດງ​ໃຫ້​ເຫັນ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະ​ລັກ​ສະ​ເພາະ​ຂອງ​ສອງ​ຊາດ. ທ່ານ ສຸວັນ​ດີ ສີສະ​ຫວາດ ຊີ້​ແຈງ​ວ່າ: ​ເລ່ືອງ​ກໍ່ສ້າງ​ເຂດ​ອະນຸ​ສະຖານ​ປະທານ​ໂຮ່ຈິມີນ ຢູ່​ເຂດ​ດິນ​ແດນ​ທີ່​ທ່ານ​ປະທານ​ໂຮ່ຈິ​ມີນ​ ​ມີ​ໄລຍະ​​ເວລາດຳລົງ​ຊີວິດ ​ແລະ ​ເຄື່ອນ​ໄຫວ​ປະຕິວັດ ​ແມ່ນ​ການສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງທີ່​ມີ​ຕໍ່​ບັນດາ​ການ​ອຸທິດ​ສ່ວນ​ຂອງ​ປະທານ​ໂຮ່ຈິ​ມີນ​ໃຫ້​ແກ່​ພາລະກິດ​ປະຕິວັດ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ. ທ່ານ Chu Duc Tinh ຜູ້ອຳນວຍການ​ຫໍພິພິດທະພັນ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ: ກິດຈະກຳ​ດັ່ງກ່າວ​ໄດ້​ຮັບ​ການກໍ່ສ້າງ​ດ້ວຍ​ແຫ​ລ່ງທຶນ​ຊ່ວຍ​ເຫລືອ​ລ້າ​ຂອງ​ລັດຖະບານ ຫວຽດນາມ ສະຫງວນ​ໃຫ້​ແກ່ລັດຖະບານ ລາວ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຢ່າງ​ເລິກ​ເຊິ່ງຂອງ​ປະຊາຊົນ​ສອງ​ປະ​ເທດ​ທີ່​ມີ​ຕໍ່​ປະທານ​ໂຮ່ຈິ​ມີນ ພ້ອມ​ທັງ​ແມ່ນ​ວຽກ​ງານ​ທີ່​ແທດ​ຈິງ​ເພື່ອ​ລະນຶກ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ​ໂຮ່ຈິ​ມີນ ​ແລະ ບັນດາ​ວັນ​ບຸນ​ໃຫຍ່​ໃນ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ ລາວ 2012. ​ໂຄງການ​ດັ່ງກ່າວ​ໂດຍ​ແມ່ນ​ຫໍພິພິດທະພັນ​ປະ​ທານ​ໂຮ່ຈິ​ມີນ ​ເປັນ​ເຈົ້າ​ຂອງ​ການ​ລົງ​ທຶນ ​ແລະ ກໍ່ສ້າງ​ໃນ​ເນື້ອ​ທີ່ 1,5 ​ເຮັກຕາ, ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 35 ຕື້​ດົ່ງ.

ຂ່າວ/ບົດ​ອື່ນ